ກອງປະຊຸມຮ່ວມມືດ້ານການສຶກສາ ຫວຽດນາມ-ລາວ 2012

ກອງປະຊຸມຮ່ວມມືດ້ານການສຶກສາ ຫວຽດນາມ-ລາວ 2012 - ảnh 1

(ພາບ:vietnamplus.vn)

( vovworld ) – ວັນ​ທີ 7/9, ຢູ່​ນະ​ຄອນດ່າ​ນັງ, ​ໄດ້​ຈັດ​ໃຫ້​ມີ “ກອງ​ປະຊຸມຮ່ວມ​ມື​ດ້ານ​ການ​ສຶກສາ​ຫວຽດນາມ-​ລາວ 2012“ ​ໂດຍ​ກະ​ຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຈັດຕັ້ງຂຶ້ນ ​ເນື່ອງ​ໃນ​ໂອກາດ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ, ສະ​ເຫຼີ​ມສະຫຼອງ​ 50 ປີ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ (5/9/1945-5/9/2012) ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ລາວ (18/7/1977-18/7/2012). ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຂອງກະ​ຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ກະຊວງ​ສຶກສາທິການ ​ແລະ ກິລາ​ລາວ ​ໄດ້​ພ້ອມ​ກັນ​ແລກປ່ຽນ, ປຶກສາ​ຫາລື, ຕີ​ລາຄາ​ວຽກ​ງານ​ກໍ່ສ້າງ​ພື້ນຖານ​ວັດຖຸ, ວຽກ​ງານ​ໜູນ​ຊ່ວຍ​ຜູ້​ຊ່ຽວຊານ ​ແລະ ສົ່ງ​ຄູ​ອາຈານ​ໄປ​ລາວ ສອນ​ພາສາ​ຫວຽດ. ກອງ​ປະຊຸມ​ໄດ້​ເຫັນ​ດີເປັນ​ເອກະສັນວ່າ, ຈະ​ວາງ​ອອກ​ໜ້າ​ທີ່ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ແມ່ນ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ຄຸ້ມ​ຄອງ, ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສົ່ງ​ເສີມ​ບັນດາ​ວິທີ​ການ​ບຳລຸງ​ສ້າງ​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ກັບ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ….​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Pham Vu Luan ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຕີ​ລາຄາ​ວ່າ: ​ແຜນ​ຮ່າງ “ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາຫວຽດນາມ-​ລາວ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໄລຍະ 2011-2012“ ຈະ​ປະກອບສ່ວນ​ຍົກ​ສູງຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ​ຂອງ​ສອງ​ປະ​ເທດ​ຫວຽດນາມ-​ລາວ ຕໍ່ໜ້າ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ​ໃນ​ປະ​ຈຸ​ບັນ.

 

ຂ່າວ/ບົດ​ອື່ນ