ກອງປະຊຸມເຈລະຈາຄັ້ງທຳອິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14

ກອງປະຊຸມເຈລະຈາຄັ້ງທຳອິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14 - ảnh 1
(ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທ​ດ​ຊາດ​ຫວຽດ​ນາມ,
 ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທ້ຽນ​ເຍີນ)


(vovworld) –​ ກອງ​ປະ​ຊຸມ​ເຈ​ລະ​ຈ​າ​ຄັ້ງ​​ທຳ​ອິດຕົກ​ລົງ​ກ່ຽວ​ກັບ​ໂຄງ​ປະ​ກອບ, ພາກ​ສ່ວນ, ​ຈຳນວນ​​ສະ​ມາ​ຊິກ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ສູນ​ກາງ ​ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ​ໄດ​້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/02, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທ​ດ​ຊາດ​ຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທ້ຽນ​ເຍີນ ຖ​ື​ວ່າ: ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ດຳ​ເນີນ​ໃນ​ວັນ​ທີ 22/05 ຈະ​ມາ​ເຖິງ ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ການ​ເມືອງ​​ສຳ​ຄັນ​ຍິ່ງ​, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃນ​ປີ 2016. ທ່ານ ຫງວຽນ​ທ​້ຽນ​ເຍີນ ຢືນ​ຢັນ​ວ່າ.

      “ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ແມ່​ນ​ແນະ​ນຳ​ບັນ​ດາ​ຜູ້​​ທີ່ມີ​ມາດ​​ຕະຖານ​​ອອກ​ສະ​ໝັກ​ເລືອກ​ຕັ້ງຢ່າງ​ພຽງ​ພໍ ຜ່ານ​ບັນ​ດາ​ການ​ເຈ​ລະ​ຈາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ນີ້​ແມ່ນ​​ຂອດ​ສຳ​ຄັນ​ເພື່ອ​ໃຫ້​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ສ້າງ ແລະ ປະ​ກ​າດ​ບັນ​ຊ​ີ​ລາຍ​ຊື່​ບັນ​ດາ​ຜູ້​ອອກ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຢ່າງ​ເປັນ​ທາງ​ການ. ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ທຸກ​ຂັ້ນ ແລະ ທ້ອງ​ຖິ່ນ​ສ້າງ ແລະ ປະ​ກາດ​ບັນ​ຊີ​ລາຍ​ຊື່ ບັນ​ດາ​ຜູ້​ອອກ​ສະ​ໝັກ​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ດຽວ​ກັນ​ຢ່າງ​ເປັນ​ທາງ​ການ, ທັງ​ຮັບ​ປະ​ກັນ​ຈຳ​ນ​ວນ, ຄຸນ​ນະ​ພາບ ​ຖືກ​ໂຄງ​ປະ​ກອບ, ພາກ​ສ່ວນ​ຕາງ​ໜ້າ​ໃຫ້​ພູບ​ປັນ​ຍາກ​ຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ຖືກ​ຕ້ອງ”.

ຂ່າວ/ບົດ​ອື່ນ