ກອງປະຊຸມເຈລະຈາລະຫວ່າງການນໍາບັນດາພັກຝ່າຍການເມືອງ ຂອງອາເມລິກາ ແລະ ຈີນ ຄັ້ງທີ 11

(VOVWORLD) -  ກອງປະຊຸມເຈລະຈາລະຫວ່າງການນໍາບັນດາພັກຝ່າຍການເມືອງ ຂອງອາເມລິກາ  ແລະ ຈີນ ຄັ້ງທີ 11 ໄດ້ໄຂຂ້ຶນໃນວັນທີ 18 ພະຈິກ, ຢູ່ ປັກກິ່ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 50 ທ່ານ ເຊິ່ງເປັນຜູ້ຕາງໜ້າຂອງບັນດາພັກຝ່າຍການເມືອງ, ບັນດາອົງການຈັດຕັ້ງຄົ້ນຄວ້າ -ໃຫ້ຄໍາປຶກສາ ແລະ ນັກທຸລະກິດ ຂອງສອງປະເທດ.

        ທີ່ວາລະໄຂ, ທ່ານ ຊູງຖ໊າວ ຫົວໜ້າຄະນະຕິດຕໍ່ປະສານງານ ຄະນະກໍາມະການພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຈີນ (CPC) ຖືວ່າ ບັນດານັກການເມືອງຂອງບັນດາພັກຝ່າຍການເມືອງຂອງ ຈີນ ແລະ ອາເມລິກາ ຄວນຮ່ວມມືກັນ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍ ມຸ່ງໄປສູ່ການຮ່ວມມື ແທນທີ່ຈະສູ້ຢັນກັນ. ທ່ານ ກໍຢັ້ງຢືນວ່າ ການເຈລະຈາ ແລະ ການປຶກສາຫາລື ໄດ້ຮັບການຄອງຄອຍວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍແກ້ໄຂບັນດາຄວາມແຕກໂຕນກັນ.

        ຕາມບັນດານັກການເມືອງແລ້ວ, ບັນດາພັກຝ່າຍການເມືອງ ແລະ ການນໍາສອງປະເທດ ຄວນຊ່ວຍຊຸກຍູ້ການຮ່ວມມືຕາມແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮັບແຄບຄວາມແຕກໂຕນກັນ, ພ້ອມທັງສະແດງຄວາມປາດຖະໜາວ່າ ຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່່າງ ອາເມລິກາ ແລະ ຈີນ ຈະຢຸດຕິໂດຍໄວ ເພື່ອແນໃສ່ຫຼີກລ້ຽງການກໍ່ຜົນເສຍຫາຍຕໍ່ພື້ນຖານການພົວພັນສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ