ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ອາ​ຊຽນ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54

(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ອາ​ຊຽນ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54 - ảnh 1

 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn)

ວັນທີ 29 ກໍລະກົດ, ໄດ້ຈັດໃຫ້ມີກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM) ອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM-54).  ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ໄດ້ຢັງຢືນຄືນໃໝ່ການສະໜັບສະໜູນ ແລະ ຄຳໝັ້ນສັນຍາສຳລັບບັນດາການໃຫ້ບຸລິມະສິດ, ຂໍ້ລິເລີ່ມຂອງປະເທດປະທານ ອາຊຽນ 2021 Brunei; ແລະ ທ່ານເນັ້ນໜັກວ່າ: ໃນສະພາບການທີ່ໂລກລະບາດໂຄວິດ 19 ຍັງມີການຜັນແປອັນສັບສົນ, ບັນດາປະເທດ ອາຊຽນ ຄວນຍູ້ແຮງການຜັນຂະຫຍາຍແຜນການຊື້ວັກຊິນ ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືໃນການສຳຜັດ, ແຈກຢາຍ ກໍ່ຄືແບ່ງປັນບົດຮຽນ, ຍົກສູງຄວາມສາມາດເພື່ອຜະລິດວັກຊິນ.

   ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກັວກຢູງ ຍັງເນັ້ນຫນັກວ່າ: ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດຜັນຂະຫຍາຍບັນດາໝາກຜົນການຮ່ວມມືຂອງປີ 2020 ຢ່າງມີປະສິດທິຜົນ, ໃນນັ້ນມີການສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025.

 

ຕອບກັບ

ຂ່າວ/ບົດ​ອື່ນ