ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ (SOM) ອາຊຽນ - ອັງ​ກິດ ຄັ້ງ​ທຳ​ອິດ

(VOVWORLD) - ວັນທີ 6 ກໍລະກົດ, ຢູ່ລອນດອນ, ປະເທດ ອັງກິດ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ອັງກິດ ຄັ້ງທຳອິດ ນັບແຕ່ເມື່ອສອງຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາຄົບຖ້ວນໃນເດືອນ ສິງຫາ 2021. 
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ (SOM) ອາຊຽນ - ອັງ​ກິດ ຄັ້ງ​ທຳ​ອິດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

ນະທີ່ນີ້, ອາຊຽນ ແລະ ອັງກິດ ເຫັນດີສົມທົບກັນ, ຍົກອອກກົນໄກຮ່ວມມື ໃນຂອບເຂດການພົວພັນທີ່ຫາກໍໄດ້ສ້າງຕັ້ງຂຶ້ນໃໝ່ ນຳເຂົ້າເຄື່ອນໄຫວແບບຍືນຍົງ ແລະ ມີປະສິດທິຜົນໂດຍໄວ, ໃນນັ້ນ ມີການສ້າງຮ່າງແຜນການກະທຳ ໄລຍະ 2022 – 2027, ປະກອບສ່ວນກຳນົດທິດ ແລະ ສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ. ໄປຄຽງຄູ່ກັນນັ້ນ, ແມ່ນສືບຕໍ່ໃຫ້ບຸລິມະສິດແກ່ການຄວບຄຸມໂລກລະບາດໂຄວິດ - 19, ອາຊຽນ ແລະ ອັງກິດ ເຫັນດີເປັນເອກະພາບພ້ອມກັນຊຸກຍູ້ການຟື້ນຟູ ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ; ຟື້ນຟູ ແລະ ຍູ້ແຮງການແລກປ່ຽນການຄ້າ - ລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ພ້ອມທັງເຊື່ອມຕໍ່ຄືນ ແລະ ເພີ່ມທະວີລາຍການຮ່ວມມືທາງດ້ານການສຶກສາ - ກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວ, ພົວພັນແລກປ່ຽນຊາວໜຸ່ມ, ນັກສຶກສາ… ເພື່ອແນໃສ່ຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງຝ່າຍ. ທັງສອງຝ່າຍ ກໍພ້ອມກັນຖືເປັນສຳຄັນການຄ້າຫຼາຍຝ່າຍ, ເຫັນດີສົມທົບກັນ, ຊຸກຍູ້ການຮ່ວມສຳພັນເສດຖະກິດພາກພື້ນ, ປະກອບສ່ວນຍູ້ໄວວິວັດການຟື້ນຟູຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ