ກອງປະຊຸມແນະນຳການທ່ອງທ່ຽວ 5 ທ້ອງຖິ່ນພາກກາງ ຫວຽດນາມ ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ກອງປະຊຸມໄດ້ແນະນຳສະຖານທີ່ທ່ອງທ່ຽວຕ່າງໆຢູ່ 5 ທ້ອງຖິ່ນ ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ, ດ່າໜັງ  ຖືກຈັດຂຶ້ນດ້ວຍຄວາມຫວັງວ່າ ຈະນຳມາເຊິ່ງການຄົ້ນຫາທີ່ແປກໃໝ່ກ່ຽວກັບການທ່ອງທ່ຽວເຂດພາກກາງ ຫວຽດນາມ ໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
ກອງປະຊຸມແນະນຳການທ່ອງທ່ຽວ 5 ທ້ອງຖິ່ນພາກກາງ ຫວຽດນາມ ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ - ảnh 1ກອງປະຊຸມໄດ້ແນະນຳຜະລິດຕະພັນທ່ອງທ່ຽວຂອງ 5 ທ້ອງຖິ່ນ (ພາບ: VOV)

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ບັນດາແຂວງ, ນະຄອນເຂດພາກກາງ ຫວຽດນາມ ເຊິ່ງລວມມີ ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ, ດ່າໜັງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແນະນຳສະຖານທີ່ທ່ອງທ່ຽວຂອງທ້ອງຖິ່ນຕົນ, ດ້ວຍຫົວຂໍ້ “ດິນແດນແຫ່ງມໍລະດົກທີ່ມະຫັດສະຈັນ” ແນໃສ່ໂຄສະນາເຜີຍແຜ່ຮູບພາບການທ່ອງທ່ຽວດ້ວຍມໍລະດົກ, ຜະລິດຕະພັນທ່ອງທ່ຽວຕ່າງໆທີ່ເປັນເອກະລັກ, ແນະນຳບັນດາລາຍການກະຕຸ້ນຄວາມຕ້ອງການໄປທ່ຽວ, ບັນດາຜະລິດຕະພັນທ່ອງທ່ຽວໃໝ່ ໃຫ້ບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ທ່ານ ດັ້ງຮົ່ງຮ່າ - ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ:

    “ພວກຂ້າພະເຈົ້າໄດ້ຮ່ວມສຳພັນນຳກັນ ແລະ ແນະນຳຜະລິດຕະພັນທ່ອງທ່ຽວຕ່າງໆຂອງ 5 ທ້ອງຖິ່ນ ເຊິ່ງເປັນທ້ອງຖິ່ນທີ່ໄດ້ຮັບການຄັດເລືອກວ່າເປັນ 1 ໃນ 10 ສະຖານທີ່ທ່ອງທ່ຽວປະທັບໃຈທີ່ສຸດໃນອາຊີ ຈາກວາລະສານ Lonely Planet ປີ 2019. ດ້ວຍທ່າໄດ້ປຽບທາງຄົມມະນາຄົມທີ່ສະດວກ, ພິເສດແມ່ນມີຜະລິດຕະພັນທ່ອງທ່ຽວທີ່ຫຼາຍຮູບຫຼາຍແບບ. ໃນນັ້ນ, ມີການທ່ອງທ່ຽວທະເລ, ທ່ອງທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ການທ່ອງທ່ຽວຄົ້ນຫາ, ການທ່ອງທ່ຽວວັດທະນະທຳປະຫວັດສາດ, ການທ່ອງທ່ຽວຊຸມຊົນ, ເໝາະແກ່ການທ່ອງທ່ຽວຢູ່ພາຍໃນ ແລະ ມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນທີ່ສຸດ. ພິເສດ, ມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຢູ່ທ້ອງຖິ່ນຂອງພວກຂ້າພະເຈົ້າແມ່ນຫຼາກຫຼາຍທີ່ສຸດ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງຮ່ວມສຳພັນກັນສ້າງຜະລິດຕະພັນລວມເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດແຂກທ່ອງທ່ຽວ”.

    ກອງປະຊຸມດັ່ງກ່າວໄດ້ແນະນຳສະຖານທີ່ທ່ອງທ່ຽວຕ່າງໆຂອງທັງ 5 ທ້ອງຖິ່ນ ດ້ວຍຄວາມຫວັງວ່າ ຈະນຳມາເຊິ່ງການຄົ້ນຫາທີ່ແປກໃໝ່ກ່ຽວກັບການທ່ອງທ່ຽວເຂດພາກກາງ ຫວຽດນາມ ໃຫ້ແກ່ບັນດາບໍລິສັດທ່ອງທ່ຽວ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ