ກອງປະຊຸມແຫ່ງຊາດ ກ່ຽວກັບການພົວພັນ ແຮງງານ

ກອງປະຊຸມແຫ່ງຊາດ ກ່ຽວກັບການພົວພັນ ແຮງງານ - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 31/05, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ແລະ ອົງການ​ຈັດ​ຕັ້ງ​ແຮງ​ງານ​ສາກົນ (ILO) ຈັດ​ຕັ້ງ​ພິທີ​ເປີດ​ສະໜອງ​ໂຄງການ​ພົວພັນ​ແຮງ​ງານ​ລະຫວ່າງ​ຫວຽດນາມ ​ແລ​ະ ILO ​ແລະ ກອງ​ປະຊຸມ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພົວພັນ​ແຮງ​ງານ. ທີ່​ກອງ​ປະຊຸມ. ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ ກົດໝາຍວ່າ​ດ້ວຍ​ແຮງ​ງານ ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ ​ມີການ​ປັບປຸງ​ສຳຄັນ​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ແຮງ​ງານ. ​ແຕ່​, ​ເພື່ອນຳ​ບັນດາ​ຂໍ້​ກຳນົດ​ໃໝ່ນີ້​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ​ແນ​ໃສ່​ປັບປຸງການ​ພົວພັນ​ແຮງ​ງານຢູ່​ຫວຽດນາມ​, ປົກ​ປ້ອງສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ສອບ​ທຳ​ຂອງ​ບັນດາ​ຝ່າຍ​ໃນ​ການ​ພົວພັນ​ແຮງ​ງານ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ມີບາງ​ຄຳ​ເຫັນ​ໄດ້​ຖື​ວ່າ ບັນດາ​ຂໍ້​ກຳ​ນົດຂອງກົດໝາຍວ່າ​ດ້ວຍ​ແຮງ​ງານ ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ ພຽງ​ແຕ່​ຕອບ​ສະໜອງ​ໄດ້​ສ່ວນ​ໃດສ່ວນໜຶ່ງ​ຄວາມ​ຮຽກຮ້ອງ​ສະພາບ​ຕົວ​ຈິງ. ທ່ານ ມາຍ​ດຶກ​ຈິ໋ງ, ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ຖື​ວ່າ.

        “​ເພື່ອ​ສ້າ​ງລະບົບ​ການ​ພົວພັນ​​ແຮງ​ງານ​ທີ່ກ້າວໜ້າ​ຕ້ອງ​ມີ 3 ປັດ​ໃຈ​ຄື: ຕ້ອງ​ມີ​ລະບົບ​ກົດໝາຍ​ ຄົບ​ຊຸດ, ​ເໝາະ​ສົມ ​ແລະ ກ້າວ​ໜ້າ; ທີ່ 2 ​ແມ່ນຕ້ອງ​ມີຂໍ້ກຳນົດກົດລະບຽບຮັບປະກັນ ​ແລະ ໜູນ​ຊ່ວຍ​​ການ​ການ​ພົວພັນ​ແຮງ​ງານຢ່າງ​ມີ​ປະສິດທິ​ຜົນ; ທີ 3 ​ແມ່ນ ຕ້ອງ​ມີ​ອົງການ​ກຳ​ມະ​ບານ ​ແລະ ອົງການຕາງໜ້າ​ໃຫ້​ຜູ້ນຳ​ໃຊ້​ຄົນ​ງານ​ຢ່າງ​ແຮງ, ມີ​ຄວາມ​ສາມາດ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ, ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ການ​ພົວພັນ​ແຮງ​ງານ​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ