ກອງ​ປະຊຸມ​​ໂອ້​ລົ​ມສົນທະນາ​ກ່ຽວກັບ​ນະ​ໂຍບາຍ, ມາດຕະການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ທາດ​ພິດ​ເຄມີ ພາຍຫຼັງສົງຄ​າມ

(VOVWORLD) -  ຕອນຄໍ່າວັນທີ 25 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ອົງການປະຈໍາ ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ ຢູ່ຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມໂອ້ລົມສົນທະນາ ແລະ ປຶກສາຫາລືກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ທາດພິດເຄມີພາຍຫຼັງສົງຄາມ ຢູ່ຫວຽດນາມ.
ກອງ​ປະຊຸມ​​ໂອ້​ລົ​ມສົນທະນາ​ກ່ຽວກັບ​ນະ​ໂຍບາຍ, ມາດຕະການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ທາດ​ພິດ​ເຄມີ ພາຍຫຼັງສົງຄ​າມ - ảnh 1ກອງປະຊຸມໂອ້ລົມສົນທະນາກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ, ທາດພິດເຄມີ ພາຍຫຼັງສົງຄາມ (ພາບ: TTXVN)

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ ຊີ້ແຈ້ງວ່າ: ປະລິມານລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ທີ່ຍັງເຫຼືອຢູ່ຫວຽດນາມ ແມ່ນນັບຮ້ອຍພັນໂຕນ ແລະ ພວມຢູ່ກະແຈກກະຈາຍໃນທົ່ວປະເທດ. ໄລ່ມາຮອດປັດຈຸບັນ, ເນື້ອທີ່ດິນທັງໝົດທີ່ຍັງເປັນມົນລະພິດຈາກລູກລະເບີດບໍ່ທັນແຕກ ແມ່ນຫຼາຍກວ່າ 6,1 ລ້ານ ແຮັກຕາ ເຊິ່ງກວມເອົາເກືອບ 19% ເນື້ອທີ່ດິນຂອງທັງປະເທດ. ປະຊາຊົນຫວຽດນາມເກືອບ 4,8 ລ້ານຄົນ ຖືກຕິດທາດພິດສີສົ້ມ. ສະນັ້ນ, ແຕ່ລະປີ, ລັດ ຫວຽດນາມ ໄດ້ຈ່າຍງົບປະມານນັບພັນຕື້ດົ່ງ ໃຫ້ແກ່ວຽກງານດັ່ງກ່າວ. ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມຊ່ວຍໜູນສັງຄົມ, ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ ຕ້ອງສຸມໃສ່ການກວດກາຄືນ, ຕີລາຄາ, ຄົ້ນຄວ້າ ແລະ ປັບປຸງກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງເຖິງຜູ້ເສຍອົງຄະ, ລັດຖະບັນຍັດວ່າດ້ວຍຜູ້ມີຄຸນງາມຄວາມດີ ແລະ ບັນດານະໂຍບາຍ, ກົນໄກທີ່ກ່ຽວຂ້ອງ ຕາມທິດເພີ່ມລະດັບການໜູນຊ່ວຍ ແລະ ເປີດກວ້າງການໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວ. ພວກຂ້າພະເຈົ້າກໍເພີ່ມທະວີການສົມທົບກັບບັນດາອົງການຈັດຕັ້ງສາກົນໃນການຈັດຕັ້ງບັນດາໂຄງການ ໂດຍ Koika ອຸປະຖໍາ ກ່ຽວກັບການໜູນຊ່່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ ຕາມບັນດາຮູບແບບການໜູນຊ່ວຍຮອບດ້ານໃຫ້ເປັນຢ່າງດີ.”

         

ຕອບກັບ

ຂ່າວ/ບົດ​ອື່ນ