ກອງປະຊຸມໃຫຍ່ກໍາມະບານຫວຽດນາມ ອາຍຸການ 2018 – 2023 ຈະດໍາເນີນໃນລະຫວ່າງວັນທີ 24 – 26 ກັນຍາ

(VOVWORLD) -ວັນທີ 20 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດການປະຊຸມຂ່າວ ໂດຍໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ກໍາມະບານຫວຽດນາມ ຄັ້ງທີ 12 ອາຍຸການ 2018 – 2023 ດ້ວຍຫົວຂໍ້ວ່າ “ປ່ຽນແປງໃໝ່, ປະຊາທິປະໄຕ, ມີຄວາມສາມັກຄີ, ມີຄວາມ ຮັບຜິດຊອບ”, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 – 26 ກັນຍາ. 
ກອງປະຊຸມໃຫຍ່ກໍາມະບານຫວຽດນາມ ອາຍຸການ 2018 – 2023 ຈະດໍາເນີນໃນລະຫວ່າງວັນທີ 24 – 26 ກັນຍາ - ảnh 1ທ່ານ ບຸ່ຍວັນເກືອງ ຫົວໜ້າປະທານສະຫະພັນໃຫຍ່ ແຮງງານຫວຽດນາມ ກ່າວຄໍາເຫັນທີ່ການປະຊຸມຂ່າວ (ພາບ:dantri.com.vn)

ນີ້ແມ່ນເຫດການສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານ,  ເປີດສາກໃຫ້ແກ່ການພັດທະນາໃໝ່່ຂອງອົງການຈັດຕັ້ງກໍາມະບານ.

        ກອງປະຊຸມໃຫຍ່ ຈະມີການເຂົ້າຮ່ວມຂອງຜູ້ແທນ 950 ຄົນ ເຊິ່ງຕາງໜ້າໃຫ້ແກ່ສະມາຊິກກໍາມະບານ, ພະນັກງານ, ກໍາມະກອນ ຊາວຜູ້ອອກແຮງງານໃນທົ່ວປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມ ຈະຕີລາຄາຄືນບັນດາການເຄື່ອນໄຫວຂອງກໍາມະບານຫວຽດນາມ ໄລຍະ 2013 – 2018, ວາງອອກທິດທາງ, ໜ້າທີີ່, ບັນດາຂອດບຸກທະລຸໃນອາຍຸການ 2018 – 2023 ແລະ ເລືອກຕັ້ງຄະນະປະຕິບັດງານອາຍຸການຊຸດໃໝ່. ພິເສດ, ໃນຂອບເຂດກອງປະຊຸມໃຫຍ່, ໃນວັນທີ 26 ກັນຍາ ຈະດໍາເນີນເວທີປາໄສ ນາຍົກລັດຖະມົນຕີພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມ ດ້ວຍຫົວຂໍ້ວ່າ: “ກໍາມະບານຫວຽດນາມ ຮ່ວມເດີນທາງກັບລັດຖະບານ ຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ ແລະ ພັດທະນາປະເທດຊາດແບບຍືນຍົງ”. ນີ້ແມ່ນ ໂອກາດ ເພື່ອໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ສະແດງຄວາມມຸ່ງມາດປາດຖະໜາ, ສະເໜີຄໍາເຫັນ ແລະສະແດງຄວາມຕັດສິນໃຈຂອງກໍາມະບານຫວຽດນາມ ພ້ອມກັບລັດຖະບານ ມານະພະຍາຍາມສູ້ຊົນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ