ກອງປະຊຸມໃຫຍ່ກຳມະບານພາລະກອນຫວຽດນາມ ຄັ້ງທີ 4

ກອງປະຊຸມໃຫຍ່ກຳມະບານພາລະກອນຫວຽດນາມ ຄັ້ງທີ 4 - ảnh 1
ກອງ​ປະຊຸມ​ໃຫຍ່​ກຳມະບານ​ພາລະ​ກອນ​ຫວຽດນາມ ຄັ້ງ​ທີ 4
(ພາບ: laodong.com.vn)


(vovworld) -     ​ ວັນ​ທີ 15/01, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດກອງ​ປະຊຸມ​ໃຫຍ່​ກຳມະບານ​ພາລະ​ກອນ​ຫວຽດນາມ ຄັ້ງ​ທີ 4, ອາຍຸ​ການ 2013 – 2018, ກອງ​ປະຊຸມ​ໃຫຍ່​ໄດ້ວາງ​ອອກ​ມາດ​ຕະການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ, ມຸ່ງ​ໄປ​ສູ່​ຮາກ​ຖານຢ່າງ​ຕັ້ງໜ້າ; ກໍ່ສ້າງ​ຖັນ​ແຖວ​ພະນັກ​ງານ ​ແລະ ສະມາຊິກກຳມະບານ​ອອກແຮງ​ງານຢ່າງເຂັ້ມ​ແຂງ; ​ເສີມ​ຂະຫຍາຍບົດບາດ​ຕົວ​ແທນ​ຂອງ​ກຳມະບານ​ໃນ​ວຽກ​ງານ​ສ້າງ​ນະ​ໂຍບາຍ​ກົດໝາຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຜູ້​ອອກ​ແຮງ​ງານ, ພະນັກງານ​ລັດຖະກອນ, ພາລະ​ກອນ​ຄື: ນະ​ໂຍບາຍ​ເງິນ​ເດືອນ, ລະບອບ​ເຮືອນ​ຢູ່, ບັນດາ​ລະບອບ​ກ່ຽວ​ກັບ​ປະກັນ​ໄພ, ການຮັບ​ສະໝັກ, ບຳລຸງ​ສ້າງ, ​ແຕ່ງ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຫົວ​ໜ້າ​ຄະນະ​ຂົນຂວາຍປະຊາຊົນ​ສູນ​ກາງ, ຮ່າ​ທິ​ຄ໋ຽດ ​ເນັ້ນ​ໜັກ​ວ່າ.

“ສະມາຊິກ​ກຳມະບານ, ພາລະ​ກອນ​ທຸກ​ຂັ້ນ ຕ້ອງ​ສຸມ​ໃສ່​ຊີ້​ນຳ, ​​ແນະນຳ, ຈັດ​ຕັ້ງ​ໃຫ້​ພະນັກງານ​ສະມາຊິກກຳມະບານ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​​ໃສ່​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ກຳມະບານ​ທຸກ​ຂັ້ນ ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ, ຄົ້ນພົບ​ ​ແລະ ທະວີ​ຄຸນ​ບັນດາ​ຮູບ​ແບບ, ແບບ​ຢ່າງດີ​ເດັ່ນ, ວິທີ​ປະຕິບັດດີ, ສ້າງ​ຂະ​ບວນການ​ແຂ່ງ​ຂັນ​ໃນ​ອົງການ, ຫົວໜ່ວຍ​ກ່ຽວ​ກັບ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ຮູບ​ແບບຄຸນສົມບັດ​ປະທານ​ໂຮ່ຈິ​ມິນຢ່າງ​ແຮງ; ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ອີກເຖິງ​ວຽກງານ​ບຳລຸງ​ສ້າງ, ບຳລຸງລະດັບ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ກຳມະບານ​. ພະນັກງານ​ກຳມະບານ​ຕ້ອງ​ແມ່ນ​ຂົວ​​ເຊື່ອມຕໍ່​ລະຫວ່າງ​ພັກ ​ແລະ ສະມາຊິກ​ກຳມະບານ, ຄົນ​ງານ, ນຳ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ເຖິງ​ສະມາຊິກ​ກຳມະບານ ​ແລະ ສ່ອງ​ແສງແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ຫວັງ​ຂອງ​ສະມາຊິກ​ກຳມະບານ​ຕໍ່​ພັກ ​ແລະ ລັດ.”

ຂ່າວ/ບົດ​ອື່ນ