ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມວິສາຫະກິດຂອງທະຫານເສຍອົງຄະແລະຄົນພິການຫວຽດນາມຄັ້ງທີ3

ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມວິສາຫະກິດຂອງທະຫານເສຍອົງຄະແລະຄົນພິການຫວຽດນາມຄັ້ງທີ3 - ảnh 1
​ການ​ສອນ​ວິ​ຊາ​ຊີບ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ພິ​ການ
(ພາບ: TTXVN)

(vovworld) - ວັນ​ທີ 15/10 ຢູ່​ຮ່າ​ໂນ້ຍ. ຜູ້​ແທນ​ດີ​ເດັ່ນ 200 ຄົນ​ທີ່​ຕາງ​ໜ້າ​ໃຫ້​ເກືອບ 700 ວິ​ສາ​ຫະ​ກິດ​ເປັນສະມາ​ຊິກ​ຂອງ​ສະ​ຫະ​ສະ​ມາ​ຄົມ ວິ​ສາ​ຫະ​ກິດ​ຂອງ​ທະ​ຫານ​ເສຍ​ອົງ​ຄະ ແລະ ຄົນ​ພິ​ການ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3, ອາ​ຍຸ​ການ 2015 – 2020. ໃນອາ​ຍຸ​ການ​ຜ່ານ​ມາ, ບັນ​ດາ​ສາ​ຂາ​ສະ​ຫະ​ສະ​ມາ​ຄົມ​ໄດ້​ສ້າງວຽກ​ເຮັດງານ​ທຳ ແລະ ລາຍຮັບ​ເປັນ​ປົກ​ປະ​ຕິ​ໃຫ້ທະ​ຫານ​ເສຍ​ອົງ​ຄະ, ຄົນ​ພິ​ການ ນັບແສນ​ຄົນ, ​ດຳ​ເນີນ​ການ​ສອນ​ວິ​ຊາ​ຊີບ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ພິ​ການ ນັບ​​ໝຶ່ນ​ຄົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖິ່ນ. ໃນ​ອາ​ຍຸ​ການ​ທີ່​ມາ​ເຖິງ, ກອງ​ປະ​ຊຸມ​ໃຫຍ່ ຍູ້​ແຮງວຽກ​ງານ​​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ຫະ​ສະ​ມາ​ຄົມ​ໃນ​ສັງ​ຄົມ ​ເຮັດ​ໃຫ້​ປະ​ຊາ​ຊົນ, ບັນ​ດາ​ອົງ​ການ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ, ອາ​ຊີບ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມຮັບ​ຜິດ​ຊອບ, ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກະ​ທຳ, ເບິ່ງ​ແຍງ​​ການ​ຮັບ​ປະ​ກັນ​ສິດ, ວຽກ​ເຮັດ​ງານ​ທຳ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ທະ​ຫານ​ເສຍ​ອົງ​ຄະ ແລະ ຄົນ​ພິ​ການ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ