ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ IV ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ອາຍຸການ 2023 – 2028.
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ IV ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ  ພົບປະບັນດາຜູ້ແທນຢູ່ທີ່ກອງປະຊຸມ (ພາບ:  VGP)

ໃນອາຍຸການຜ່ານມາ (2018 – 2023), ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍກິດຈະກຳ ແລະ ບັນລຸໄດ້ໝາກຜົນທີ່ໜ້າຊື່ນຊົມ. ວິສາຫະກິດຂະໜາດນ້ອຍ ແລະ ກາງ ກວມເອົາປະມານ 97% ປະຊາຄົມວິສາຫະກິດທົ່ວປະເທດ, ປະກອບສ່ວນ 45% ເຂົ້າໃນ GDP ແລະ 30% ງົບປະມານແຫ່ງລັດ, ບັນລຸ 30% ມູນຄ່າສິນຄ້າສົ່ງອອກ.

        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ສະເໜີວ່າ:

        “ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ສ້າງລະບົບນິເວດ Startup ປ່ຽນແປງໃໝ່ປະດິດຄິດສ້າງ, ເພີ່ມທະວີການເຊື່ອມຕໍ່, ເອົາໃຈໃສ່ເຖິງການສະໜອງຄວາມຕ້ອງການແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໂດຍສະເພາະແມ່ນແຫຼ່ງກຳລັງທີ່ມີຄຸນນະພາບສູງ. ສົ່ງເສີມການພັດທະນາຢ່າງແຮງຂອງປະຊາຄົມວິສາຫະກິດເອກະຊົນຢູ່ພາຍໃນປະເທດ, ພິເສດແມ່ນໃນຂົງເຂດອຸດສາຫະກຳປະດິດສ້າງເຕັກໂນໂລຢີສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງລະບົບສະໜອງ ແລະ ມູນຄ່າພາຍໃນປະເທດ ແລະ ສາກົນ.”

        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດທີ IX, ອາຍຸການ 2023 – 2028 ລວມມີກຳມະການ 84 ທ່ານ. ທ່ານ ຫງວຽນວັນເທິນ, ປະທານສະມາຄົມຊຸດທີ III ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານສະມາຄົມຊຸດທີ IV.

ຕອບກັບ

ຂ່າວ/ບົດ​ອື່ນ