ກອງ​ປະ​ຊຸມ​ໃຫ່​ຍ​ແຂ່ງ​ຂັນ​​ຮັກ​ຊາດ​ຂະ​ແໜງ​ທະ​ນາ​ຄານ​ຄັ້ງ​ທີ 8

(VOVWORLD) -ຕອນເຊົ້າວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດຂະແໜງທະນາຄານຄັ້ງທີ 8.
ກອງ​ປະ​ຊຸມ​ໃຫ່​ຍ​ແຂ່ງ​ຂັນ​​ຮັກ​ຊາດ​ຂະ​ແໜງ​ທະ​ນາ​ຄານ​ຄັ້ງ​ທີ 8 - ảnh 1

(ພາບ: TTXVN)

  ກ່າວຄຳເຫັນນະທີ່ນີ້, ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຖືວ່າ: ຂະແໜງທະນາຄານສືບຕໍ່ຄົ້ນຄ້ວາ, ຮ່ຳຮຽນ ແລະ ໝູນໃຊ້ແນວຄິດປະທານໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດຢ່າງມີຫົວຄິດປະດິດສ້າງ; ປະຕິບັດຄຳສັ່ງເລກທີ 34 ຂອງກົມການເມືອງ ກ່ຽວກັບການປ່ຽນແປງໃໝ່ຮອບດ້ານວຽກງານແຂ່ງຂັນ, ຍ້ອງຍໍໃຫ້ເປັນຢ່າງດີ; ເຊື່ອມຊຶມຢ່າງເລິກເຊິ່ງ; ເພີ່ມທະວີ, ຜັນຂະຫຍາຍໂຄສະນາເພື່ອຍົກສູງຄວາມຮັບຮູ້ກ່ຽວກັບວຽກງານແຂ່ງຂັນ, ຍ້ອງຍໍໃຫ້ຖືກຕ້ອງ. ທ່ານນາງຫງວຽນທິກີມເງິນ ກ່າວວ່າ:

  ປ່ຽນແປງໃໝ່ຮູບການ, ມາດຕະການຈັດຕັ້ງການປຸກລະດົມແຂ່ງຂັນຢ່າງເປັນປະຈຳ ເພື່ອຫຼີກລ້ຽງການເຮັດວຽກແບບຕາຍຕົວ; ຕ້ອງມີການສົມທົບຢ່າງຄົບຊຸດລະຫວ່າງບັນດາຂະບວນການແຂ່ງຂັນເປັນປົກກະຕິກັບຂະບວນການແຂ່ງຂັນຕາມຫົວຂໍ້ສະເພາະ ເພື່ອໜູນຊ່ວຍຊຸກຍູ້ຂັ້ນຕອນການປະຕິບັດເປົ້າໝາຍ, ໜ້າທີ່; ເນື້ອໃນແຂ່ງຂັນຕ້ອງສືບຕໍ່ຕິດແທດກັບຄວາມຮຽກຮ້ອງຕ້ອງການ, ເນື້ອໃນຈຸດສຸມຂອງທະນາຄານ, ພິເສດແມ່ນຕິດພັນກັບເປົ້າໝາຍພັດທະນາ “”ປອດໄພ-ມີປະສິດທິຜົນ-ຍືນຍົງ”. ໄປຄຽງຄູ່ກັບການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອສະໜອງບັນດາຜະລິດຕະພັນ, ການບໍລິການທະນາຄານທີ່ສະດວກ ແລະ ທັນສະໄໝໃຫ້ຫຼາຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ