ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ (ພາບ: TTXVN)

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໊ຢຸງ ໃຫ້ຮູ້ວ່າ, ກະຊວງແຜນການ ແລະ ການລົງທຶນ ພວມສົມທົບກັບບັນດາທ້ອງຖິ່ນເພື່ອສ້າງແຜນການຟື້ນຟູເສດຖະກິດເພື່ອແນໃສ່ແກ້ໄຂບັນດາຜົນສະທ້ອນ, ຜົນກະທົບ, ຍາດແຍ່ງກາລະໂອກາດໃໝ່, ທ່າອ່ຽງໃໝ່, ຮັບປະກັນບັນດາມາດຕະຖານສູງທີ່ສຸດປະກອບສ່ວນເຂົ້າໃນການເຕີບໂຕລວມຂອງ ປະເທດຊາດ.

ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%. ເພື່ອບັນລຸໄດ້ເປົ້າໝາຍນີ້ຕ້ອງມີຄວາມຕັດສິນໃຈ, ມານະພະຍາຍາມຂອງທົ່ວປະເທດ, ໃນສະພາບການປີ 2022, ມີຫຼາຍປັດໄຈໃໝ່, ໂລກລະບາດທີ່ແກ່ຍາວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເສດຖະກິດໂລກມີການຟື້ນຟູຢ່າງຊັກຊ້າ ແລະ ບໍ່ມີຄວາມສະໝ່ຳສະເໝີ ແລະ ບັນດາປະເທດມີຈຳນວນປະຊາຊົນໄດ້ຮັບການສັກວັກຊິນຫຼາຍ ຈະເປີດປະຕູໂດຍໄວ.

ທ່ານລັດຖະມົນຕີກໍ່ເນັ້ນໜັກວ່າ, ຕ້ອງສ້າງໂຄງການ, ໂຄງປະກອບພື້ນຖານເສດຖະກິດໂດຍໄວເພື່ອຍົກສູງກຳລັງທົນທານ, ລັກສະນະເປັນເຈົ້າຕົນເອງ, ຄວາມສາມາດໃນການຮັບມືກັບທຸກກໍລະນີໃໝ່ອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ