ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄວາມຕັດສິນໃຈຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ດ້ານ​ການ​ເມືອງ​ໃຫ້ຄົບ​​​ຊຸດ, ປະ​ສິດ​ທິ​ຜົນ

(VOVWORLD) -ໃນວັນທີ 11 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ອາຍຸການ 2020-2025.
ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄວາມຕັດສິນໃຈຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ດ້ານ​ການ​ເມືອງ​ໃຫ້ຄົບ​​​ຊຸດ, ປະ​ສິດ​ທິ​ຜົນ - ảnh 1ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: VGP)

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະພາບການໂລກ ແລະ ພາກພື້ນຄາດວ່າຈະສືບຕໍ່ຜັນປ່ຽນໄວທີ່ສຸດ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ສະນັ້ນ, ການພົວພັນຕ່າງປະເທດຕ້ອງສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການຢຶດໝັ້ນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກສຸດຂີດເພື່ອພັດທະນາ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດ.

ພວກເຮົາຕ້ອງເສີມຂະຫຍາຍທີ່ຕັ້ງບົດບາດ ແລະ ກຳລັງແຮງຂອງປະເທດ, ມູນເຊື້ອສະຫງ່າອົງອາດຂອງຂະແໜງການຕ່າງປະເທດໃນ 75ປີຜ່ານມາເພື່ອຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສືບຕໍ່ປະຕິບັດບົດບາດນຳໜ້າໃນການຢຶດໝັ້ນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມສະດວດໃຫ້ແກ່ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ໃນອາຍຸການຈະມາເຖິງ, ວຽກງານກໍ່ສ້າງອົງຄະນະພັກຂະແໜງການຕ່າງປະເທດຕ້ອງເອົາໃຈໃສ່ເປັນພິເສດ, ມີຄວາມໝັ້ນທ່ຽງດ້ານການເມືອງແນວຄິດ, ເປັນເອກະພາບດ້ານເຈດຈຳນົງ ແລະ ການປະຕິບັດ, ການຈັດຕັ້ງເຄັ່ງຄັດເພື່ອຊີ້ນຳທົ່ວຂະແໜງການຕ່າງປະເທດສຳເລັດໜ້າທີ່ເຊິ່ງພັກ, ລັດໄດ້ມອບໝາຍໃຫ້ແກ່ກະຊວງການຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ