ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ

(VOVWORLD) - ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງກະຊວງການຕ່າງປະເທດ ຫວຽດນາມ ໃນຕອນບ່າຍວັນທີ 09 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຖືວຽກງານປົກປ້ອງພົນລະເມືອງ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນແຖວໜ້າ ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນໃນທົ່ວໂລກ.
ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ - ảnh 1 ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ (ພາບ:

baoquocte.vn)

        ກ່ຽວຂ້ອງເຖິງເລື່ອງມີພົນລະເມືອງ ຫວຽດນາມ ບາງຄົນພວມຖືກຕົກຄ້າງຢູ່ບັນດາສະໜາມບິນສາກົນ ຍ້ອນບັນດາການປ່ຽນແປງໃນນະໂຍບາຍຂົນສົ່ງຂອງບັນດາບໍລິສັດການບິນສາກົນ, ທ່ານນາງ ເລທິທູຮັງ ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດໄດ້ຊີ້ນຳບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳຕ່າງປະເທດ ສົມທົບກັບບັນດາອົງການກ່ຽວຂ້ອງພາຍໃນປະເທດ ແລະ ຕ່າງປະເທດ ໜູນຊ່ວຍພົນລະເມືອງ ຫວຽດນາມ 1500 ຄົນກັບເມືອປະເທດ, ປັດຈຸບັນ ມີຈຳນວນໜ້ອຍພົນລະເມືອງຖືກຕົກຄ້າງ ຍ້ອນບັນດາບໍລິສັດການບິນ, ບັນດາປະເທດ ແລະ ເຂດແຄ້ວນປ່ຽນແປງນະໂຍບາຍ ເພືຶ່ອຄວບຄຸມໂລກລະບາດໂຄວິດ-19. ບັນດາອົງການຕາງນ້າກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາບໍລິສັດການບິນສາກົນ ແລະ ອົງການທີ່ກ່ຽວຂ້ອງຢູ່ປະເທດປະຈຳຖິ່ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບວີຊາ, ຮັບປະກັນການເບິ່ງແຍງສຸຂະພາບ, ສະໜອງສະບຽງອາຫານ ກໍ່ຄືບັນດາຖ້ຽວບິນ ເພື່ອກັບເມືອ ຫວຽດນາມ.

        ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເລທິທູຮັງ ກໍ່ຢັ້ງຢືນວ່າ ໃນເງື່ອນໄຂໂລກລະບາດຄືປັດຈຸບັນ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ເລື່ອງນຳພົນລະເມືອງ ຫວຽດນາມ ກັບເມືອປະເທດ ຄວນບຸລິມະສິດໃຫ້ກຸ່ມຄົນມີອາຍຸສູງ, ຄົນເຈັບ, ເດັກນ້ອຍມີເກັນອາຍຸຕ່ຳກ່ວາ 18 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ