ກະຊວງການຕ່າງປະເທດ ຫວຽດນາມ ດັດປັບຂໍ້ກຳນົດການໄປມາຢູ່ບັນດາດ່ານຊາຍແດນຕິດກັບກຳປູເຈຍ ແລະ ລາວ

(VOVWORLD) - ໃນຊຸມວັນຜ່ານມາ, ບັນດາປະເທດ ແລະ ເຂດຄວ້ນໃນພາກພື້ນ ແລະ ໃນໂລກໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງແຮງ ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid-19. 
ກະຊວງການຕ່າງປະເທດ ຫວຽດນາມ ດັດປັບຂໍ້ກຳນົດການໄປມາຢູ່ບັນດາດ່ານຊາຍແດນຕິດກັບກຳປູເຈຍ ແລະ ລາວ - ảnh 1(ພາບປະກອບ) 

ຢູ່ພາກພື້ນ ອາຊຽນ, ຫລາຍປະເທດໄດ້ຜັນຂະຫຍາຍບັນດາມາດຕະການຄວບຄຸມ, ຈຳກັດຄົນເຂົ້າ-ອອກເມືອງໃນລະດັບແຕກຕ່າງກັນ. ແຕ່ເວລາ 23 ໂມງ 59 ນາທີ, ວັນທີ 20 ມີນາ, ລາຊະອານາຈັກ ກຳປູເຈຍ ໄດ້ຢຸດຕິຄົນເຂົ້າເມືອງຊົ່ວຄາວສຳລັບຊາວ ຫວຽດນາມ. ປະເທດ ລາວ ໄດ້ຢຸດຕິຄົນເຂົ້າເມືອງຊົ່ວຄາວ ສຳລັບບັນດາບຸກຄົນຢູ່ບັນດາດ່ານຊາຍແດນສາກົນໃນທົ່ວປະເທດ ລາວ ແຕ່ວັນທີ 30 ມີນາ ຫາວັນທີ 19 ເມສາ. ກ່ອນໜ້ານັ້ນ, ລັດຖະບານ ລາວ ກໍ່ປິດປະຕູດ່ານຊາຍແດນສາກົນ ແລະ ດ່ານຊາຍແດນປະເພນີລະຫວ່າງຊາຍແດນ ຫວຽດນາມ ແລະ ລາວ ແຕ່ວັນທີ 19 ມີນາ ຫາວັນທີ 20 ເມສາ 2020.

        ໃນສະພາບການຂອງໂລກລະບາດ Covid-19 ສືບຕໍ່ຜັນແປຢ່າງສັບສົນໃນພາກພື້ນ ແລະ ໃນໂລກນັ້ນ, ເພື່ອແນໃສ່ປະຕິບັດບັນດາມາດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ພາຍໃນປະເທດຢ່າງມີປະສິດທິຜົນ, ລັດຖະບານ ຫວຽດນາມ ໄດ້ຕັດສິນຢຸດຕິບັນດາການເຄື່ອນໄຫວໄປມາຜ່ານຊາຍແດນຊົ່ວຄາວ ສຳລັບບຸກຄົນຢູ່ບັນດາດ່ານຊາຍແດນສາກົນ, ດ່ານຊາຍແດນປະເພນີຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ ແລະ ຫວຽດນາມ - ລາວ. ເລື່ອງຢຸດຕິຊົ່ວຄາວດັ່ງກ່າວ ໄດ້ປະຕິບັດນັບແຕ່ 00 ໂມງ 00 ນາທີ, ວັນທີ 01 ເມສາ 2020 ເປັນຕົ້ນໄປ.

   ການຕົກລົງດັ່ງກ່າວໄດ້ແຈ້ງເຖິງສະຖານທູດ ກຳປູເຈຍ ແລະ ສະຖານທູດ ລາວ ປະຈຳ ຫວຽດນາມ. ຫວຽດນາມ ປາດຖະໜາຢາກໄດ້ຮັບການຮ່ວມມືຂອງລັດຖະບານ ລາວ ແລະ ກຳປູເຈຍ, ພ້ອມທັງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ ເພື່ອຄວບຄຸມ ແລະ ຍູ້ໂລກລະບາດອັນຕະລາຍນີ້ໃຫ້ຖອຍໄປໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ