ກະຊວງການຕ່າງປະເທດຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງອົງການອະໄພຍະໂທດສາກົນ

(VOVWORLD) -ກະຊວງການຕ່າງປະເທດຫວຽດນາມ ປະຕິເສດບັນດາຂໍ້ມູນຕີລາຄາຂອງອົງການອະໄພຍະໂທດສາກົນ ທີ່ຍົກອອກມາ.

ກະຊວງການຕ່າງປະເທດຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງອົງການອະໄພຍະໂທດສາກົນ - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

(ພາບ: TTXVN)

        ໃນກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ດຳເນີນໃນຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ເມື່ອເຕື້ອງເຖິງການຕີລາຄາກ່ຽວກັບບົດລາຍງານຫຼ້າສຸດຫວ່າງມໍ່ໆມານີ້ຂອງອົງການອະໄພຍະໂທດສາກົນທີ່ຖືວ່າ, ບັນດາສື່ສັງຄົມອອນລາຍຄື Facebook ໄດ້ກາຍເປັນເຄື່ອງມືໃນການປາບປາມຄວາມເສລີໃນການປາກເວົ້າ ແລະ ສື່ມວນຊົນຢູ່ຫວຽດນາມ. ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ, ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດຫວຽດນາມ ປະຕິເສດບັນດາຂໍ້ມູນຕີລາຄາຂອງອົງການອະໄພຍະໂທດສາກົນ ທີ່ຍົກອອກມາ. ຫວຽດນາມ ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ ເພີ່ມທະວີການເປີດກວ້າງການລົງທຶນ, ຮ່ວມມືດຳເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດທີ່ເໝາະສົມກັບການກຳນົດທິດໃຫ້ບຸລິມະສິດພັດທະນາຂອງຫວຽດນາມ, ໃນນັ້ນມີການໜູນຊ່ວຍດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ບົນພື້ນຖານເຄົາລົບຂໍ້ກຳນົດກົດໝາຍຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ