(VOVWORLD) - ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ
ທີ່ກອງປະຊຸມ
(ພາບ: nhandan.vn)
|
ວັນທີ 06 ທັນວາ, ຢູ່ແຂວງ ຈຳປາສັກ, ລາວ ໄດ້ຈັດກອງປະຊຸມ 2 ຝ່າຍຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ລາວ ກ່ຽວກັບການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ ປີ 2025.
ໃນຂອບເຂດກອງປະຊຸມ, ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອາດຊະຍາກຳຢາເສບຕິດຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ.