ກະຊວງຖະແຫຼງຂ່າວປ່ຽນໃໝ່ເຕັກໂນໂລຢີເພື່ອຮັບໃຊ້ພາລະກິດພັດທະນາຂອງປະເທດຊາດ

ກະຊວງຖະແຫຼງຂ່າວປ່ຽນໃໝ່ເຕັກໂນໂລຢີເພື່ອຮັບໃຊ້ພາລະກິດພັດທະນາຂອງປະເທດຊາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ທີ່ກອງ​ປະ​ຊຸມ

(vovworld)- ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ປ່ຽນ​ໃໝ່​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ທີ່ກອງ​ປະ​ຊຸມ​​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກ່ຽວ​ກັບ​ການສະຫຼຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015 ຂອງກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານຊຶ່ງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 26/12 ຢູ່ 3 ສະ​ຖານ​ທີ່ ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມິນ,  ແລະ ນະ​ຄອນ ດ່ານັ້ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ຖື​ວ່າ :

   “ ການ​ພັດ​ທະ​ນາ​ທາງ​ດ້ານ​ໂທ​ລະ​ຄົມ, ໄປ​ສະ​ນີ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ບໍ່​ພຽງ​ແຕ່​ແມ່ນ​ການ​ບໍ​ລິ​ການ​ໂດຍ​ພື້ນ​ຖານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮຽກ​ຮ້ອງຕ້ອງ​ການໃຫ້​ມີ​ບັນ​ດາ​ລະ​ບອ​ບ​ລະ​ບຽບ​ການ, ກົນ​ໄກ​ຕ່າງໆ. ບັນ​ດາ​ວຽກ​ງານ​ຄຸ້ມ​ຄອງ​ທັງ​ໝົດ​ຈາກ​ສື່ມວນ​ຊົນ, ໄປ​ສະ​ນີ​ໂທ​ລະ​ຄົມ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ ກ່ອນ​ອື່ນ​ໝົດ​ຕ້ອງ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຫຼັງ​ຈາກນັ້ນ, ແມ່ນ​ການ​ເສີມ​ຂະ​ຫຍາຍ​ການ​ເຂົ້າ​ຮ່ວມ​ປະ​ກອບ​ສວ່ນ​ຂອງ​ປະ​ຊາ​ຊົນ, ຂອງ​ທົ່ວ​ສັງ​ຄົມອີກ​ດ້ວຍ  ”

ຂ່າວ/ບົດ​ອື່ນ