ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 200.000 USD ໃຫ້​ແກ່ກອງ​ງ​ທຶນ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

(VOVWORLD) -     ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ລາວມອບເງິນຈຳນວນ 200.000 USD ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.
ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 200.000 USD ໃຫ້​ແກ່ກອງ​ງ​ທຶນ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ມອບເງິນຈຳນວນ 200.000 USD ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ  (ພາບ: TTXVN)

ທ່ານພົນເອກ ຈັນສະໝອນ ຈັນຍະລາດ ໃຫ້ຮູ້ວ່າ ຈຳນວນເງິນດັ່ງກ່າວ ແມ່ນນ້ຳຈິດນ້ຳໃຈ, ອາລົມຈິດຄວາມຮັກແພງຂອງພະນັກງານ, ນັກຮົບ ກະຊວງປ້ອງກັນປະເທດລາວ ທີ່ມີຕໍ່ປະຊາຊົນ ຫວຽດນາມ, ພ້ອມທັງເປັນການສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ເມື່ອປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດ.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່, ການແບ່ງປັນຂອງກະຊວງປ້ອງກັນປະເທດ ລາວ ພ້ອມທັງຢັ້ງຢືນວ່າ ຈະຝາກຈຳນວນເງິນດັ່ງກ່າວກັບເມືອ ຫວຽດນາມ ໃນເວລາໄວທີ່ສຸດ.

        ມາຮອດປັດຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຮັບເງິນສົດຈຳນວນກວ່າ 1,2 ລ້ານ USD ພ້ອມດ້ວຍ ວັດຖຸອຸປະກອນການແພດຂອງ ລາວ ທີ່ຊ່ວຍເຫຼືອ ຫວຽດນາມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ