ກະຊວງປ້ອງກັນປະເທດຈັດກອງປະຊຸມຄະນະຊີ້ນຳ,ຄະນະຈັດຕັ້ງລາງວັນAARM-24,ກອງປະຊຸມACAMM-15ແລະASMAM-4
ພົນໂທ ໂດ໋ບ໋າຕິ
(vovworld) – ວັນທີ 13/10, ທີ່ສູນຝຶກອົບຮົມແຫ່ງຊາດ ມ໋ຽວມົນ (ຮ່າໂນ້ຍ), ພົນໂທ ໂດ໋ບ໋າຕິ, ກຳມະການສູນກາງພັກ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນປະທານກອງປະຊຸມຄະນະຊີ້ນຳ, ຄະນະຈັດຕັ້ງການແຂ່ງຂັນຍິງປືນກອງທັບບັນດາປະເທດ ອາຊຽນ ຄັ້ງທີ 24 (AARM-24), ກອງປະຊຸມເສນາທິການທະຫານບົກ - 15 (ACAMM -15), ກອງປະຊຸມນາຍສິບທະຫານ ອາຊຽນ 4 (ASMAM -4) ປີ 2014. ທີ່ກອງປະຊຸມ, ພົນໂທ ໂດ໋ບ໋າຕິ ເນັ້ນໜັກວ່າ: ການແຂ່ງຂັນ AARM-24, ກອງປະຊຸມ ACAMM -15 ແລະ ກອງປະຊຸມ ASMAM -4, ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍການເມືອງສຳຄັນທີ່ມີຕໍ່ກອງທັບປະຊາຊົນ ຫວຽດນາມ. ດັ່ງນັ້ນ, ທຸກໆວຽກງານກະກຽມຕ້ອງລອບຄອບຖີ່ຖ້ວນ, ບັນດາອົງການຫົວໜ່ວຍຕ້ອງກຳນົດໜ້າທີ່ຂອງຕົນເປັນຢ່າງດີ, ກວດກາຄືນທຸກໆວຽກງານກະກຽມ ແລະ ປະຕິບັດສຳເລັດກ່ອນວັນທີ 20/10. ສະເພາະກອງແຂ່ງຂັນຍິງປືນ, ຕ້ອງແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນບັນລຸໝາກຜົນສູງສຸດ.