ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ

(VOVWORLD) - ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ໜູນຊ່ວຍເຄື່ອງອຸປະກອນການແພດຈຳນວນໜຶ່ງ ຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ຕ້ານໂລກລະບາດ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຜູ້ຊ່ຽວຊານ ແລະ ໜູນຊ່ວຍກະຊວງປ້ອງກັນປະເທດລາວ.
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ - ảnh 1

 (ພາບ:qdnd.vn)

    ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ກະຊວງປ້ອງກັນປະເທດລາວ.

  ບົນພື້ນຖານຄວາມຕ້ອງການອັນຮີບດ່ວນຂອງຝ່າຍລາວ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ພະຍາຍາມຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ກ່ຽວກັບປະເພດເຄື່ອງອຸປະກອນ ຊື່ງກະຊວງປ້ອງກັນປະເທດລາວ ຕ້ອງການເພື່ອຮັບປະກັນຄຸນນະພາບໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ຊ່ວຍລາວ ນຳຊີວິດການເປັນຢູ່ຂອງ ປຊຊ ກັບຄືນສູ່ປົກກະຕິໂດຍໄວ ແລະ ພັດທະນາເສດຖະກິດປະເທດຊາດ

  ກ່ອນໜ້ານັ້ນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ກໍ່ໄດ້ໜູນຊ່ວຍເຄື່ອງອຸປະກອນການແພດຈຳນວນໜຶ່ງ ຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ຕ້ານໂລກລະບາດ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຜູ້ຊ່ຽວຊານ ແລະ ໜູນຊ່ວຍກະຊວງປ້ອງກັນປະເທດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ