ກະຊວງສາທາລະນະສຸກຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຄັ້ງທີ 3

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຈົ່ງກະກຽມແຜນການສັກວັກຊິນກັນໂຄວິດ-19 ຄັ້ງທີ 3 ໂດຍທັນທີ
ກະຊວງສາທາລະນະສຸກຫວຽດນາມ ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຄັ້ງທີ 3 - ảnh 1(ທ່ານລັດຖະມົນຕີ ຫງວຽນແທ່ງລອງ ວັກຊິນກັນໂຄວິດ-19)

ວັນທີ 15 ພຶດສະພາ, ຫວຽດນາມ ສືບຕໍ່ໄດ້ຮັບວັກຊິນກັນໂຄວິດ-19 ງວດທີ 2 ຂອງ AstraZeneca ໂດຍ COVAX Facility ອຸປະຖຳດ້ວຍຈຳນວນກວ່າ 1,68 ລ້ານໂດສ ເພື່ອຜັນຂະຫຍາຍການສັກວັກຊິນໃນທົ່ວປະເທດ.

        ດ້ວຍທິດນຳທີ່ວ່າ ສັກວັກຊິນຮອດໃສແມ່ນມີຄວາມປອດໄພຮອດນັ້ນ, ຮັບປະກັນຄວາມປອດໄພ ແລະ ທົ່ວເຖິງຂອງການສັກວັກຊິນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຈົ່ງກະກຽມແຜນການສັກວັກຊິນກັນໂຄວິດ-19 ຄັ້ງທີ 3 ໂດຍທັນທີ, ກວດກາຄືນບັນດາສະຖານທີ່ຈັດຕັ້ງການສັກວັກຊິນໃນບໍລິເວນ, ໃນນັ້ນຈະເປີດກວ້າງເປົ້າໝາຍໄດ້ຮັບການສັກວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ