ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ, ເຮັດ​ໃຫ້​ລາ​ຄາ​ໃນ​ທ້ອງ​ຕະຫຼາດ​ເປັນ​ປົກ​ກະ​ຕິ

(VOVWORLD) -ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ຫາກໍປະກາດຄຳສັ່ງວ່າດ້ວຍການປະຕິບັດບັນດາມາດຕະການຮັບປະກັນຄວາມດຸ່ນດ່ຽງລະຫວ່າງການສະໜອງ ແລະ ຄວາມຕ້ອງການ, ເຮັດໃຫ້ລາຄາໃນທ້ອງຕະຫຼາດເປັນປົກກະຕິ, ຕ້ານການກະທຳກັກຕຸມສິນຄ້າ ແລະ ການກະທຳລະເມີດກົດໝາຍໃນການເຄື່ອນໄຫວການຄ້າ.
ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ, ເຮັດ​ໃຫ້​ລາ​ຄາ​ໃນ​ທ້ອງ​ຕະຫຼາດ​ເປັນ​ປົກ​ກະ​ຕິ - ảnh 1ຮ້ານສັບພະສິນຄ້າ ຊົງດ່າ ມີສິນຄ້າຫຼາຍຊະນິດຮັບໃຊ້ຜູ້ບໍລິໂພກອຸປະໂພກ (ພາບ: TTXVN)

ຕາມນັ້ນແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍສັງກັດກະຊວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຕ່າງໆຂຶ້ນກັບສູນກາງ ແລະ ສະເໜີໃຫ້ບັນດາສະຫະສະມາຄົມ, ຂະແໜງສິນຄ້າ, ວິສາຫະກິດ ຈົ່ງຜັນຂະຫຍາຍບັນດາການເຄື່ອນໄຫວ, ແຜນການຜະລິດ, ດຳເນີນທຸລະກິດ, ບັນດາວິທີການຮັບມືກັບການເໜັງຕີງຂອງຕະຫຼາດ. ກົມການຕະຫຼາດໃນພາຍໃນປະເທດ ຕິດຕາມການຜັນແປຂອງຕະຫຼາດ, ລາຄາປະເພດສິນຄ້າທີ່ຈຳເປັນຢ່າງໃກ້ຊິດ; ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຕີລາຄາອັດຕາສ່ວນການສະໜອງ ແລະ ຄວາມຕ້ອງການຂອງແຕ່ລະປະເພດສິນຄ້າ ເພື່ອເປັນເຈົ້າການເພື່ອໃຫ້ມີວິທີການ ຫຼື ສະເໜີວິທີການແກ້ໄຂມາຍັງບັນດາກະຊວງ ເພື່ອຮັບປະກັນໃຫ້ສະໜອງສິນຄ້າໄດ້ຢ່າງພຽງພໍ, ລາຄາເປັນປົກກະຕິ, ຕອບສະໜອງໄດ້ຕາມຄວາມຕ້ອງການ, ຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ, ບໍ່ປະໃຫ້ເກີດສະພາບການຂາດແຄນສິນຄ້າ ແລະ ລາຄາສິນຄ້າເພີ່ມຂຶ້ນສູງ.


ຕອບກັບ

ຂ່າວ/ບົດ​ອື່ນ