ກະຊວງອຸດສາຫະກຳການຄ້າຫວຽດນາມຮ່ວມເດີນທາງພ້ອມກັບວິສາຫະກິດໃນການນຳໃຊ້ການຄ້າເອເລັກໂຕນິກ

(VOVWORLD) -ໃນສະພາບປະຈຸບັນ, ວິສາຫະກິດຫຼາຍແຫ່ງຢາກນຳໃຊ້ການຄ້າເອເລັກໂຕນິກ ແຕ່ເຂົາເຈົ້າບໍ່ຮູ້ວິທີເຮັດ ຫຼື ຕ້ອງລົງທຶນຄືແນວໃດ.
ກະຊວງອຸດສາຫະກຳການຄ້າຫວຽດນາມຮ່ວມເດີນທາງພ້ອມກັບວິສາຫະກິດໃນການນຳໃຊ້ການຄ້າເອເລັກໂຕນິກ - ảnh 1(ພາບປະກອບ: baodautu.vn)

ປີ 2021, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ຜັນຂະຫຍາຍລາຍການ GoOnline - ຮ່ວມເດີນທາງພ້ອມກັບວິສາຫະກິດໃນວິວັດການນຳໃຊ້ການຄ້າເອເລັກໂຕນິກ. ນີ້ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂ ເພື່ອມຸ່ງໄປເຖິງການຫັນຕະຫຼາດນີ້ໃຫ້ໂປ່ງໃສ, ນຳການຄ້າເອເລັກໂຕນິກໃຫ້ກາຍເປັນຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນຫວຽດນາມ. ທ່ານ ເລດຶກແອັງ, ຫົວໜ້າສູນຄອມພິວເຕີ ແລະ ເຕັກໂນໂລຊີດີຈີຕອນ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ຢືນຢັນວ່າ.

        “ລາຍການຈະໜູນຊ່ວຍໃຫ້ບັນດາວິສາຫະກິດໃນທົ່ວປະເທດ. ໃນສະພາບປະຈຸບັນ, ວິສາຫະກິດຫຼາຍແຫ່ງຢາກນຳໃຊ້ການຄ້າເອເລັກໂຕນິກ ແຕ່ເຂົາເຈົ້າບໍ່ຮູ້ວິທີເຮັດ ຫຼື ຕ້ອງລົງທຶນຄືແນວໃດ. ນັບແຕ່ທ້າຍປີ 2020, ການນຳກະຊວງ ໄດ້ຊີ້ນຳໃຫ້ກົມເປັນເຈົ້າການເຮັດວຽກກັບບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງຫວຽດນາມ ຍົກອອກມາດຕະການແກ້ໄຂ 24 ຢ່າງ ເພື່ອໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດດ້ານການຄ້າ online: ຈາກລະບົບການຄ້າເອເລັກໂຕນິກ ຕະຫຼອດຮອດບັນດາບໍລິສັດໂທລະຄົມມະນາຄົມ, ບັນດາບໍລິສັດຂົນສົ່ງ, ລະບົບຊຳລະ, ບັນດາຄູ່ຮ່ວມມືຂາຍຍ່ອຍທີ່ມີປະສົບການໃນການໜູນຊ່ວຍການໂຄສະນາ, ດ້ານສື່ສານ, ຂາຍສິນຄ້າ, ຄຸ້ມຄອງການດຳເນີນທຸລະກິດ…”

ຕອບກັບ

ຂ່າວ/ບົດ​ອື່ນ