ກາຕາ ເປີດເຜີຍສັນຍາລັກຂອງ World Cup 2022

(VOVWORLD) -ສັນຍາລັກຢ່າງເປັນທາງການຂອງ World Cup 2022 ໄດ້ອອກແບບຈາກຮູບຂັນຄໍາ World Cup, ອັນໄດ້ສະແດງໃຫ້ເຫັນວິໄສທັດຂອງເຫດການເຊື່ອມຕໍ່ ແລະ ຜູກພັນຂອງທົ່ວໂລກ ໂດຍຈຸດໂດດເດັ່ນ ແມ່ນບັນດາປັດໄຈພົ້ນເດັ່ນຂອງວັດທະນະທໍາອາຣັບ.
ກາຕາ ເປີດເຜີຍສັນຍາລັກຂອງ World Cup 2022 - ảnh 1ສັນຍາລັກຢ່າງເປັນທາງການຂອງ World Cup 2022 (ພາບ: AFP)

ວັນທີ 03 ກັນຍາ, ຢູ່ນະຄອນຫຼວງ Doha, ປະເທດເຈົ້າພາບ ກາຕາ ໄດ້ປະກາດສັນຍາລັກຂອງ World Cup 2022 ຢ່າງເປັນທາງການ. ຕາມນັ້ນແລ້ວ, ສັນຍາລັກຢ່າງເປັນທາງການຂອງ World Cup 2022 ໄດ້ອອກແບບຈາກຮູບຂັນຄໍາ World Cup, ອັນໄດ້ສະແດງໃຫ້ເຫັນວິໄສທັດຂອງເຫດການເຊື່ອມຕໍ່ ແລະ ຜູກພັນຂອງທົ່ວໂລກ ໂດຍຈຸດໂດດເດັ່ນ ແມ່ນບັນດາປັດໄຈພົ້ນເດັ່ນຂອງວັດທະນະທໍາອາຣັບ. ສັນຍາລັກ ຂອງ World Cup 2022 ທີ່ສະແດງໃຫ້ເຫັນມໍລະດົກຂອງ FIFA World Cup ກາຕາ 2022 ນັ້ນຈະສືບຕໍ່ສ້າງແຫຼ່ງບັນດານໃຈ ແລະ ຊຸກຍູ້ການພັດທະນາຢູ່ ກາຕາ, ພາກພື້ນ ແລະ ທົ່ວໂລກ ພາຍຫຼັງງານແຂ່ງຂັນເຕະບານສິ້ນສຸດລົງ.

ງອກແທັກ - ນັກຂ່າວ VOV ປະຈໍາ ອາຣັບ


ຕອບກັບ

ຂ່າວ/ບົດ​ອື່ນ