ການກະທຳເຊື່ອມຕໍ່ບັ້ນຮົບການທະຫານຂອງກິແອບນາມຂູ່ເຖິງແງ່ຫວັງການພົບປະສຸດຍອດກ່ຽວກັບຢູແກຼນ

ການກະທຳເຊື່ອມຕໍ່ບັ້ນຮົບການທະຫານຂອງກິແອບນາມຂູ່ເຖິງແງ່ຫວັງການພົບປະສຸດຍອດກ່ຽວກັບຢູແກຼນ - ảnh 1
ລົດ​ຫຸ່ມ​ເກາະ​ຂອງກອງ​ທັບ ຢູ​ແກຼນ
ພາບ:http://kienthuc.net.vn
(vovworld)-​ເມື່ອ​ວິ​ຈານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທະ​ກັນ​ປີ​ນ​ຂັ້ນ​ໄດ​ຢູ່ ພາກ​ຕາ​ເວັນ​ອອກ- ພາກ​ໃຕ້ ຢູ​ແກຼນ ໃນ​ຊຸມມື້ມໍ່ໆ​ມານີ້, ວັນ​ທີ 20/1, ທ່ານ Dmitry Peskov, ຜູ້​ໃຫ້​ຄຳ​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຖື​ວ່າ ເລື່ອງກອ​ງ​ທັບ ກີ​ແອບ ເພີ່ມ​ການ​ກະ​ທຳ​ດ້ານການ​ທະ​ຫານ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໄດ້​​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົບ​ປະ​ສຸດຍອດ 4 ຝ່າຍ ຊື່ງ​ລວມ​ມີ ບັນ​ດາ​ການ​ນຳ​ຂອງ​ລັດ​ເຊຍ, ຢູ​ແກຼນ, ເຢຍ​ລະ​ມັນ ແລະ ຝ​ລັັ່ງ ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ປະ​ເທດນີ້.  ທ່ານ Peskov ຖື​ວ່າ: ການ​ພົບ​ປະ​ດັ່ງ​ກ່າວ​ພຽງ​ສາ​ມາດ​ປະ​ຕິ​ບັດ​ໄດ້ ຖ້າ​ຫາກ​ມີ​ການ​ກະ​ກຽມ​ໃຫ້​ແກ່​ໝາກ​ຜົນ​ຕັ້ງ​ຫນ້າ. ຕາມ​ແຜນ​ການ​ແລ້ວ, ການ​ພົບ​ປະ​ສຸດຍອດ 4 ຝ​່າຍ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 1 ຢູ່ ນະ​ຄອນ​ຫລວງ Astana ຂອງ ກາ​ຊັກ​ສະ​ຖານ.

 

 

 

 

 

 

ຂ່າວ/ບົດ​ອື່ນ