ການຄ້າຫວຽດນາມ-ອິນເດຍມຸ້ງໄປເຖິງຈຸດໝາຍ7ຕື້USD

ການຄ້າຫວຽດນາມ-ອິນເດຍມຸ້ງໄປເຖິງຈຸດໝາຍ7ຕື້USD - ảnh 1
ພາບປະກອບ

(vovworld) - ການ​ພົວພັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ - ອິນ​ເດ​ຍ ​ໃນ​ຊຸມ​ປີ​ມໍ່​ໆມາ​ນີ້ ​ໄດ້​ພັດທະນາ​ຢ່າງ​ແຮງ, ​ແມ່ນ​ໜຶ່ງ​ໃນ 5 ​ເສົາ​ຄ້ຳ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ. ທ່ານ ຫງວຽນ​ເຊີນ​ຮ່າ, ທີ່​ປຶກສາ​ດ້ານ​ການ​ຄ້າ ຫວຽດນາມ ປະ​ຈຳ ອິນ​ເດຍ, ​ໃຫ້​ຮູ້​ວ່າ: ອິນ​ເດຍ​ແມ່ນ​ໜຶ່ງ ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້ານ​ລາຍ​ໃຫຍ່​ຂອງ ຫວຽດນາມ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​​ໃຫຍ່​ອັນ​ດັບ 4 ຂອງ ອີນ​ເດຍ ​ໃນ​ອາ​ຊຽນ. ຫວຽດນາມ ​ແລະ ອິນ​ເດຍ ພວມ​ມີ​ແຜນ​ນະ​ໂຍບາຍ​ປະຕິບັດ​ມາດ​ຕະການ​ລວມມີ​ອະນຸ​ກຳມະການ​ການ​ຄ້າ​ປະສົມ​ລະຫວ່າງ​ກະຊວງ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ຶອໜຶ່ງ ​ເພື່ອ​ແນ​​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປ​າ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອິນ​ເດຍ, ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື ​ແລະ ​ແລກປ່ຽນ 2 ຝ່າຍ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ​ລະດັບ​ຊາດ, ຂະ​ແໜງການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຍັງ​ຈັດ​ຕັ້ງ​ງານ​ຕະຫຼາດນັດ, ງານ​ວາງ​ວະ​ແດງ, ບັນດາ​ເວທີ​ປາ​ໄສ ວິ​ສາ​ຫະກິດ ຫວຽດນາມ - ອິນ​ເດຍຢູ່​ແຕ່ລະ​ປະ​ເທດ​ເປັນ​ປະຈຳ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ລົງທຶນ​ເຂົ້າ​ແຕ່ລະ​ປະ​ເທດ, ໜູນ​ຊ່ວຍບັນດາ​ວິ​ສາ​ຫະກິດ​ເປີດ​ຫ້ອງການ​ຕາງໜ້າ, ສາ​ຂາ, ບໍ​ລະ​ສັດ​ຢູ່​ແຕ່ລະ​ປະ​ເທດ. ຄຽງ​ຄ້າງ​ນັ້ນ, 2 ຝ່າຍ​ໄດ້​ສ້າງ​ເງື່ອນ​​ໄຂ​ອຳນວຍ​ຄວາມ​ຄວາມ​ສະ​ດວກ​ໃຫ້​ບັນດາ​ນັກ​ທຸລະ​ກິດ, ນັກ​ລົງທຶນ​ໄປ ມາ ດຳ​ເນີນ​ທຸລະ​ກິດ, ຄົ້ນ​ຄ້ວາ ອອກ ວີ​ຊາ ​ໄລຍະ​ຍາວ ​ໃຫ້​ບັນດາ​ນັກ​ທຸລະ​ກິດ ​ແລະ ບັນດາ​ນັກ​ລົງທຶນ; ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ 2 ປະ​ເທດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ