ການ​ຄ້າ​ເອ​ເລັກ​ໂຕ​ນິກ ຍັງ​ໝັ້ນ​ຄົງ ແລະ ສືບ​ຕໍ່​ເຕີບ​ໂຕ​ໃນ​ສະພາບໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໂດຍຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ໃນສະພາບທີ່ທຸກການເຄື່ອນໄຫວເສດຖະກິດ - ສັງຄົມ ຖືກຢຸດສະງັກຊັກຊ້າລົງ, ການດຳເນີນທຸລະກິດການຄ້າເອເລັກໂຕນິກ ກໍຖືກຜົນກະທົບຢ່າງໜັກໜ່ວງ ແຕ່ນັກທຸລະກິດຈຳນວນຫຼາຍໄດ້ມານະພະຍາຍາມຫັນເປັນດີຈີຕອນເພື່ອຍາດແຍ່ງກາລະໂອກາດດຳເນີນທຸລະກິດໃໝ່ ແລະ ຜູ້ອຸປະໂພກບໍລິໂພກຜ່ານທາງອອນລາຍກໍເພີ່ມຂຶ້ນຢ່າງແຮງ ນັບທັງດ້ານປະລິມານ ແລະ ຄຸນນະພາບ.

        ໂດຍຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ໃນສະພາບທີ່ທຸກການເຄື່ອນໄຫວເສດຖະກິດ - ສັງຄົມ ຖືກຢຸດສະງັກຊັກຊ້າລົງ, ການດຳເນີນທຸລະກິດການຄ້າເອເລັກໂຕນິກ ກໍຖືກຜົນກະທົບຢ່າງໜັກໜ່ວງ ແຕ່ນັກທຸລະກິດຈຳນວນຫຼາຍໄດ້ມານະພະຍາຍາມຫັນເປັນດີຈີຕອນເພື່ອຍາດແຍ່ງກາລະໂອກາດດຳເນີນທຸລະກິດໃໝ່ ແລະ ຜູ້ອຸປະໂພກບໍລິໂພກຜ່ານທາງອອນລາຍກໍເພີ່ມຂຶ້ນຢ່າງແຮງ ນັບທັງດ້ານປະລິມານ ແລະ ຄຸນນະພາບ. ນີ້ແມ່ນໝາກຜົນທີ່ໄດ້ສະແດງອອກໃນບົດລາຍງານ ກະແສທີສອງຂອງການຄ້າເອເລັກໂຕນິກ ໂດຍສະຫະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (VECOM) ປະກາດຫວ່າງມໍ່ໆມານີ້.

        ກະແສທີໜຶ່ງຂອງການຄ້າເອເລັກໂຕນິກ ຫວຽດນາມ ຖືກດຳເນີນໃນໄລຍະໂລກລະບາດແຜ່ລະບາດຄັ້ງທຳອິດ ແຕ່ເດືອນ ກຸມພາ ຫາເດືອນ ເມສາ 2020. ກະແສທີສອງ ເລີ່ມແຕ່ເດືອນມິຖຸນາ ຫາເດືອນກັນຍາ 2021 ໃນການແຜ່ລະບາດຮອບທີ 4.

        ນັກທຸລະກິດຫຼາຍຄົນ, ພິເສດແມ່ນບັນດາວິສາຫະກິດການຄ້າເອເລັກໂຕນິກ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຫັນເປັນດີຈີຕອນເພື່ອຮັບມືກັບໂລກລະບາດ ກໍຄືກະກຽມແກ່ການເຄື່ອນໄຫວດຳເນີນທຸລະກິດໃນສະພາບປົກກະຕິໃໝ່ ພາຍຫຼັງການແຜ່ລະບາດຮອບທີ 4. ສູນແລກປ່ຽນການຄ້າເອເລັກໂຕນິກໄດ້ກາຍເປັນຊ່ອງດຳເນີນທຸລະກິດຂາຍສິນຄ້າຢ່າງມີປະສິດທິຜົນໃຫ້ແກ່ວິສາຫະກິດ, ພິເສດແມ່ນກຸ່ມວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸລະວິສາຫະກິດ ຫຼື ຄອບຄົວດຳເນີນທຸລະກິດ, ສ່ວນບຸກຄົນ. ການເຄື່ອນໄຫວການຄ້າເອເລັກໂຕນິກທັງໝົດ ລ້ວນແຕ່ຖືກຜົນກະທົບຢ່າງຫຍໍ້ທໍ້ຈາກການແຜ່ລະບາດຮອບທີ 4 ແຕ່ດ້ວຍສອງລັກສະນະພົ້ນເດັ່ນດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ກະແສທີສອງນີ້ ຈະສ້າງທ່ວງທ່າແກ່ການພັດທະນາຂອງການຄ້າເອເລັກໂຕນິກໃນໄລຍະ 2021 - 2025.

 

ຕອບກັບ

ຂ່າວ/ບົດ​ອື່ນ