ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ຫວຽດ​ນາມ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່

(VOVWORLD) -ສະພາບການໂລກລະບາດໂຄວິດ - 19 ພາຍໃນປະເທດພວມໄດ້ຄວບຄຸມເປັນຢ່າງດີ ອັນໄດ້ເຮັດໃຫ້ຕະຫຼາດທ່ອງທ່ຽວໃນໂອກາດວັນພັກບຸນສະເຫຼີມສະຫຼອງວັນທ້ອນໂຮມປະເທດຊາດເປັນເອກະພາບ (30/04) ແລະ ວັນແຮງງານສາກົນ (01/05) ຈະມາເຖິງ ພວມມີສັນຍານຕັ້ງໜ້າ. ມີບາງບໍລິສັດມີລະດັບເຕີບໂຕເຖິງ 200% ເມື່ອທຽບໃສ່ໄລຍະເວລາກ່ອນບຸນປີໃໝ່.
ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ຫວຽດ​ນາມ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່ - ảnh 1ດ່າໜັງ ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ 

ຢູ່ນະຄອນ ໂຮ່ຈີມິນ, ໃນເກືອບໜຶ່ງອາທິດຜ່ານມາ, ສູນບໍລິການຂອງຫຼາຍບໍລິສັດທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ມີຄວາມຄົນມາຈ່ອງຊື້ລາຍການທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ຊ້ຳບໍ່ໜໍາ ມີບາງແຫ່ງຕ້ອງເປີດປະຕູຈົນຮອດຄ່ຳ ເພື່ອຮັບໃຊ້ແຂກທ່ອງທ່ຽວ.

        ບໍລິສັດທ່ອງທ່ຽວຢູ່ ດ່າໜັງ ເກືອບທັງໝົດກັບຄືນສູ່ການເຄື່ອນໄຫວທ່ອງທ່ຽວຄືນໃໝ່ເພື່ອດຶງດູດແຂກທ່ອງທ່ຽວພາຍໃນປະເທດ. ທ່ານ ກາວຈີ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ ຮອດຈຸດເວລານີ້ ບັນດາລາຍການທ່ອງທ່ຽວໃນໂອກາດພັກວັນບຸນ 30 ເມສາ ແລະ ວັນທີ 1 ພຶດສະພາ ໄດ້ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ປີ 2020 ແລະ ຟື້ນຟູເກືອບເທົ່າກັບປີ 2019 ປະມານ 80% - 90%.


ຕອບກັບ

ຂ່າວ/ບົດ​ອື່ນ