ການ​ທ່ອງ​ທ່ຽວ​ໃນ​ວັນ​ພັກ​ການ ວັນ​ທີ 30 ເມ​ສາ ແລະ ວັນ​ທີ 1 ພຶດ​ສະ​ພາ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຄຸນ​ນະ​ພາບ

(VOVWORLD) -ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກການທ່ອງທ່ຽວນະຄອນ ດ່ານັ້ງ ຖືວ່າ ຂະແໜງການທ່ອງທ່ຽວພ້ອມແລ້ວທີ່ຈະຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວໃນສະພາບການທີ່ເປັນປົກກະຕິໃໝ່.
ການ​ທ່ອງ​ທ່ຽວ​ໃນ​ວັນ​ພັກ​ການ ວັນ​ທີ 30 ເມ​ສາ ແລະ ວັນ​ທີ 1 ພຶດ​ສະ​ພາ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຄຸນ​ນະ​ພາບ - ảnh 1ຄວາມງາມຂອງ ຂົວຄຳ ຢູ່ດ່ານັ້ງ (ພາບ:  vietnamplus.vn)

ພາຍຫຼັງໄລຍະ ໂລກລະບາດໂຄວິດ - 19 ລະບາດຢ່າງແຮງ, ໂອກາດພັກການວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ ປີນີ້ ແມ່ນຈຸດເວລາທີ່ສະດວກເພື່ອໃຫ້ບັນດາວິສາຫະກິດການທ່ອງທ່ຽວຍົກສູງຄຸນນະພາບການທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວ  ໃນສະພາບການ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດເປັນຢ່າງດີ. ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກການທ່ອງທ່ຽວນະຄອນ ດ່ານັ້ງ ຖືວ່າ ຂະແໜງການທ່ອງທ່ຽວພ້ອມແລ້ວທີ່ຈະຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວໃນສະພາບການທີ່ເປັນປົກກະຕິໃໝ່. ທ່ານກ່າວວ່າ:

ມີບາງແຫ່ງບັນດານັກລົງທຶນ, ເຈົ້າຂອງລົງທຶນ, ວິສາຫະກິດ ໄດ້ປະຕິບັດກວດກາຄືນເພື່ອລົງທຶນຄືນໃໝ່, ເພີ່ມເຕີມການຕິດຕັ້ງອຸປະກອນກໍ່ຄືບຸກຄະລາກອນ. ປັດຈຸບັນ, ຂະແໜງການທ່ອງທ່ຽວພ້ອມກັບສະຫະສະມາຄົມການທ່ອງທ່ຽວ ກໍ່ພວມຕັ້ງໜ້າ, ໜູນຊ່ວຍບັນດາວິສາຫະກິດຢ່າງຂ້ຽວຂາດໃນທີ່ສຸດການດຶງດູດແຂກທ່ອງທ່ຽວ. ຫວັງວ່າໃນໄລຍະຈະມາເຖິງ, ທົ່ວຂະແໜງການທ່ອງທ່ຽວ ຈະມານະພະຍາຍາມເຮັດແນວໃດເພື່ອໃຫ້ບັນລຸໄດ້ລະດັບຄວາມພໍໃຈກ່ຽວກັບຄຸນນະພາບ ທີ່ທຽບເທົ່າກັນກັບໄລຍະກ່ອນເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ