ການນຳ Kim Jong un ໄປໄວ້ອາໄລສຸສານນັກຮົບເສຍສະຫຼະຊີວິດໃນສົງຄາມ ເກົາຫຼີ

(VOVWORLD) - ວັນທີ 28 ກໍລະກົດ, ສຳນັກຂ່າວສານສູນກາງ (KCNA) ໄດ້ໃຫ້ຂ່າວວ່າ: ການນຳປະເທດນີ້ ທ່ານ Kim Jong-un ໄດ້ກັບເມືອ ພຽງຢາງ ພາຍຫລັງການໄປປະຕິບັດງານຢູ່ບັນດາທ້ອງຖິ່ນເປັນເວລາຫລາຍມື້, ໃນນັ້ນ ມີການເຄື່ອນໄຫວລົງກວດກາສະຖານທີ່ຕໍ່ກ່ຳປັ່ນ ແລະ ບັນດາເຫດຍິງລູກສອນໄຟ.

ການນຳ Kim Jong un ໄປໄວ້ອາໄລສຸສານນັກຮົບເສຍສະຫຼະຊີວິດໃນສົງຄາມ ເກົາຫຼີ - ảnh 1ທ່ານ  Kim Jong-un ໄດ້ສະແດງຄວາມເຄົາລົບຢູ່ສຸສານນັກຮົບເສຍສະຫຼະຊີວິດໃນສົງຄາມປົດປ່ອຍປະເທດຊາດ  (ພາບ: exploredprk.com)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ທ່ານ  Kim Jong-un ໄດ້ສະແດງຄວາມເຄົາລົບຢູ່ສຸສານນັກຮົບເສຍສະຫຼະຊີວິດໃນສົງຄາມປົດປ່ອຍປະເທດຊາດ ເພື່ອສະເຫຼີມສະຫຼອງ 66 ປີແຫ່ງວັນເຊັນສັນຍາວ່າດ້ວຍການຢຸດຕິການສູ້ຮົບໃນສົງຄາມ ເກົາຫຼີ 1950 – 1953. ວາງພວງມາລາຢູ່ສຸສານ, ທ່ານ Kim Jong-un ໄດ້ຍ້ອງຍໍຊົມເຊີຍຕໍ່ການເສຍສະຫຼະຊີວິດຂອງບັນດາພົນທະຫານ ສປປ.ເກົາຫຼີ ໃນສົງຄາມ ພາຍໃຕ້ການຊີ້ນຳນຳພາຂອງປະທານ ກິມອິນຊຸງ, ພ້ອມທັງຢັ້ງຢືນວ່າ ບຸນຄຸນອັນໃຫຍ່ຫລວງນັ້ນ ຍາມໃດກໍ່ໃສແຈ້ງໃນປະຫວັດສາດຂອງປະເທດຊາດຕະຫລອດການ.

ຕອບກັບ

ຂ່າວ/ບົດ​ອື່ນ