ການນຳ ລາວ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ ບັນດາອົງການຂອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ

(VOVWORLD) - ສະເໜີໃຫ້ກຳມາທິການຊົນເຜົ່າ ສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ລາວ ສືບຕໍ່ຜັນຂະຫຍາຍປະຕິບັດ ບັນດາບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃຫ້ມີຄຸນນະພາບ, ປະສິດທິຜົນ ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ສອງປະເທດ.
 
ການນຳ ລາວ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ ບັນດາອົງການຂອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຕ້ອນຮັບຄະນະ
(ພາບ:PV/VOV-Vientiane)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 6 ມີນາ ທີ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາຊົນເຜົ່າ ສະພາແຫ່ງຊາດ ຫວຽດນາມ, ທ່ານ ອີ່ແທງຮ່າ ນີເອ ກະດຳ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ແລະ ການພົບປະກັບ ທ່ານ ຄຳຈັນ ໂສຕະາປະເສີດ, ປະທານ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ລາວ.

  ຢູ່ບັນດາການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ປາດຖະໜາໃຫ້ ຫວຽດນາມ ໜູນຊ່ວຍ ລາວ ໃນວຽກງານຊົນເຜົ່າ ແລະ ພັດທະນາຊົນນະບົດ; ສະເໜີໃຫ້ກຳມາທິການຊົນເຜົ່າ ສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ລາວ ສືບຕໍ່ຜັນຂະຫຍາຍປະຕິບັດ ບັນດາບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃຫ້ມີຄຸນນະພາບ, ປະສິດທິຜົນ ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ສອງປະເທດ.

        ຢູ່ທີ່ການພົບປະກັບຄະນະຜູ້ແທນ ຄະນະກຳມາທິການບັນດາຊົນເຜົ່າ ສະພາແຫ່ງຊາດ ລາວ, ສອງຝ່າຍເປັນເອກະສັນກັນ ຈະເພີ່ມທະວີການຮ່ວມມືຮອບດ້ານກວ່າເກົ່າ, ສືບຕໍ່ພົບປະແລກປ່ຽນ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ພັດທະນາສາຍພົວພັນ ລະຫວ່າງບັນດາອົງການຮັບຜິດຊອບວຽກງານຊົນເຜົ່າ ຂອງສອງປະເທດ.

        ໃນວັນດຽວກັນ, ຄະນະຜູ້ແທນສະພາຊົນເຜົ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ລາວ ຈັດກອງປະຊຸມສຳມະນາແບ່ງປັນຂໍ້ມູນ, ປະສົບການກ່ຽວກັບວຽກງານການສ້າງນະໂຍບາຍລະບຽບກົດໝາຍ ແລະ ຕິດຕາມການຜັນຂະຫຍາຍປະຕິບັດບັນດານະໂຍບາຍຊົນເຜົ່າ, ຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ, ຮັບປະກັນຊີວິດການເປັນຢູ່ທາງສັງຄົມ ຂອງແຕ່ລະຝ່າຍ; ແລກປ່ຽນປະສົບການຕິດຕາມການພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ ແລະ ຈັດແບ່ງທີ່ຢູ່ອາໄສ, ວຽກເຮັດງານທຳເປັນປົກກະຕິໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ