ການນຳ ສ.ເກົາຫຼີ, ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຢຸດຕິສົງຄາມ ສປປ.ເກົາຫຼີ

(VOVWORLD) - ວັນທີ 04 ພຶດສະພາ, ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ

ໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຊຸກຍູ້ສົນທິສັນຍາສັນຕິພາບສະບັບໜຶ່ງກັບ ພຽງຢາງ ແນໃສ່ຢຸດຕິສົງຄາມ ສປປ.ເກົາຫຼີ ຢ່າງເປັນທາງການ (1950 - 1953).

        ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊົມເຊີຍຖະແຫຼງການປານມູນຈອມ ຊຶ່ງທ່ານປະທານາທິບໍດີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ລົງນາມຢູ່ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອວັນທີ 27 ເມສາ ຜ່ານມາ. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ເຊີດຊູບັນດາຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ສ.ເກົາຫຼີ ໃນເລື່ອງນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ສະພາບການໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ