ການນຳ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ

(VOVWORLD) -ຕອນບ່າຍວັນທີ 28 ພະຈິກ, ທີ່ເທດສະບານເມືອງ ຟອງດ່ຽນ, ນະຄອນ ເກິນເທິ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາສະມາຊິກສະພາແຫ່ງຊາດຢູ່ຫົວໜ່ວຍເລືອກຕັ້ງເລກທີ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທິ ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງ.
ການນຳ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງ

        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບບັນດາເນື້ອໃນສຳຄັນ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XIV ໄດ້ປຶກສາຫາລື ແລະ ປະກອບຄຳເຫັນ.

    ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຍົກອອກຄຳເຫັນກ່ຽວກັບບັນດາກິດຈະການຄົມມະນາຄົມທີ່ຊຸດໂຊມຢ່າງຮ້າຍແຮງ; ຂໍ້ຄົງຄ້າງຂອງປະຊາຊົນໃນການປະຕິບັດບັນດາລະບຽບການບໍລິຫານທີ່ກ່ຽວຂ້ອງທີ່ດິນ; ຄວາມວິຕົກກັງວົນກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງຈະຖືກໄພນ້ຳຖ້ວມຢ່າງຮ້າຍແຮງ…ເມື່ອຕອບຄຳຖາມດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ: ບັນດາບັນຫາດັ່ງກ່າວ ພັກ, ລັດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພວມໄດ້ມີການປຶກສາຫາລືຢ່າງລະອຽດ ແລະ ໄດ້ມີບັນດາແຜນການ, ໂຄງການຍຸດທະສາດລະດັບຊາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ການນຳ ຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ - ảnh 2 ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ (ພາບ: TTXVN)

        ແລະກໍ່ໃນວັນທີ 28 ພະຈິກ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມດ້ວຍໜ່ວຍສະມາຊິກສະພາແຫ່ງຊາດເລກທີ 1, ແຂວງ ດົ່ງນາຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ລອງແທ່ງ ແລະ ນະຄອນ ບຽນຮ່ວາ ແຂວງ ດົ່ງນາຍ.

ຕອບກັບ

ຂ່າວ/ບົດ​ອື່ນ