ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ ກໍ່ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ