ການນຳ ອັງກິດ, ອີຢູ ມານະພະຍາຍາມແກ້ໄຂຂໍ້ຕິດຂັດໃນການເຈລະຈາຫລັງ Brexit

(VOVWORLD) - ລັດຖະບານ ອັງກິດ ຢາກໃຫ້ 2 ຝ່າຍບັນລຸໄດ້ຮ່າງຂໍ້ຕົກລົງລວມໃນຕົ້ນອາທິດຈະມາເຖິງ ເພື່ອຍື່ນສະເໜີຕໍ່ສະພາຕ່ຳ ແລະ ສະພາສູງຮັບຮອງເອົາຢ່າງທັນການ ກ່ອນວັນບຸນຄຼິດສະມາດ.
ການນຳ ອັງກິດ, ອີຢູ ມານະພະຍາຍາມແກ້ໄຂຂໍ້ຕິດຂັດໃນການເຈລະຈາຫລັງ Brexit - ảnh 1ທ່ານ  Boris Johnson  ແລະ ທ່ານນາງ Ursula von der Leyen . ພາບ: AFP/TTXVN 

  ການເຈລະຈາຂໍ້ຕົກລົງດ້ານການຄ້າ ແລະ ຄວາມໝັ້ນຄົງຫລັງ Brexit ໂດຍທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen ປະຕິບັດຜ່ານການໂອ້ລົມທາງໂທລະສັບ ຄາດວ່າຈະດຳເນີນໃນຕອນບ່າຍວັນທີ 05 ທັນວາ (ຕາມເວລາ ລອນດອນ), ພາຍຫລັງ 2 ຄະນະເຈລະຈາ ອັງກິດ ແລະ ອີຢູ ບໍ່ສາມາດບັນລຸໄດ້ສຽງເວົ້າລວມ ທີ່ດຳເນີນຢູ່ ລອນດອນ ມາເປັນເວລາ 1 ອາທິດ ແລະ ສິ້ນສຸດລົງໃນຕອນບ່າຍວັນທີ 04 ທັນວາ. 2 ຝ່າຍຫວັງວ່າ ການໂອ້ລົມທາງໂທລະສັບລະຫວ່າງການນຳ ອັງກິດ ແລະ ອີຢູ ໃນຕອນບ່າຍວັນທີ 05 ທັນວາ ອາດຈະບັນລຸຂໍ້ຕົກລົງລວມ. ລັດຖະບານ ອັງກິດ ຢາກໃຫ້ 2 ຝ່າຍບັນລຸໄດ້ຮ່າງຂໍ້ຕົກລົງລວມໃນຕົ້ນອາທິດຈະມາເຖິງ ເພື່ອຍື່ນສະເໜີຕໍ່ສະພາຕ່ຳ ແລະ ສະພາສູງຮັບຮອງເອົາຢ່າງທັນການ ກ່ອນວັນບຸນຄຼິດສະມາດ.

ຕອບກັບ

ຂ່າວ/ບົດ​ອື່ນ