ການນຳ ອີຢູ ໄດ້ປະຕິເສດຂໍ້ສະເໜີຂອງ ອັງກິດ ກ່ຽວກັບການພົວພັນຫລັງ Brexit

(VOVWORLD) - ວັນທີ 20 ກັນຍາ, ພາຍຫລັງການພົບປະແລກປ່ຽນກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May, ທ່ານປະທານສະພາເອີຣົບ (ອີຢູ) Donald Tusk ໄດ້ກ່າວເຕືອນກ່ຽວກັບຂໍ້ສະເໜີຂອງ ອັງກິດ ວ່າດ້ວຍການພົວພັນດ້ານການຄ້າກັບ ອີຢູ ຫລັງ Brexit ວ່າຈະບໍ່ປະກົດຜົນເປັນຈິງໄດ້.
ການນຳ ອີຢູ ໄດ້ປະຕິເສດຂໍ້ສະເໜີຂອງ ອັງກິດ ກ່ຽວກັບການພົວພັນຫລັງ Brexit - ảnh 1ທ່ານປະທານສະພາເອີຣົບ (ອີຢູ) Donald Tusk (ພາບ:AP )

ທ່ານ Donald Tusk ໃຫ້ຮູ້ວ່າ: ບັນດາການນຳ ອີຢູ ເຊື່ອໝັ້ນວ່າ ແຜນການ Chequers ຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ May ຈະກໍ່ຜົນຮ້າຍຕໍ່ຕະຫລາດລວມໜຶ່ງດຽວຂອງກຸ່ມນີ້. ທ່ານເນັ້ນໜັກເຖິງບາງບັນຫາ ເຊິ່ງ ອີຢູ ບໍ່ເຫັນດີເຫັນພ້ອມຄື: 4 ຫຼັກການເສລີພື້ນຖານຂອງຕະຫລາດລວມ ເອີຣົບ ຫຼື ບັນຫາຊາຍແດນ ອຽກລັງ. ຝ່າຍ ອີຢູ ຄວນຮັບປະກັນຄວາມຊັດເຈນ, ຈະແຈ້ງ ແລະ ແຂງແຮງຈາກ ລອນດອນ ແລະ ສະແດງຄວາມຫວັງວ່າ 2 ຝ່າຍອາດຈະພົບປະກັນໃນສະພາບທີ່ມີຄວາມພ້ອມກ່ວາ ໃນການພົບປະສຸດຍອດ ອີຢູ ໃນວັນທີ 18 ຕຸລາ ຈະມາເຖິງ.

       ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ທ່ານນາງຈະປະກາດບັນດາແນວຄວາມຄິດໃໝ່ໂດຍໄວ ເພື່ອແກ້ໄຂບັນຫາການຄ້າຢູ່ເຂດຊາຍແດນ ອຽກລັງເໜືອ, ພາຍຫລັງບັນດາການນຳ ອີຢູ ປະຕິເສດແຜນການ Chequers.  ທ່ານນາງ Theresa May ກໍ່ສືບຕໍ່ຢືນຢັນວ່າ ຖ້າບໍ່ສາມາດບັນລຸໄດ້ຂໍ້ຕົກລົງ Brexit ອັງກິດ ຍອມຮັບໄດ້ ແລະ ລອນດອນ ພ້ອມແລ້ວທີ່ຈະຖອນອອກຈາກ ອີຢູ ແບບບໍ່ມີຂໍ້ຕົກລົງໃດ.

       ກໍ່ກ່ຽວຂ້ອງເຖິງບັນຫາ Brexit, ວັນທີ 20 ກັນຍາ, ການນຳ ເອີຣົບ ບາງທ່ານ ເປັນຄັ້ງທຳອິດໄດ້ເປີດເຜີຍການສະໜັບສະໜູນແນວຄວາມຄິດຈັດຕັ້ງການລົງປະຊາມະຕິຄັ້ງທີ 2 ກ່ຽວກັບ Brexit ຢູ່ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ