ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ປະ​ທານກຳ​ມາ​ທິ​ການ​ຍຸ​ຕິ​ທຳສະ​ພາ​ແຫ່ງ​ຊາດ ລາວ

(VOVWORLD) -ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະຫນົງແກ່ນໄປຊົ່ວກາລະນານ.
ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ປະ​ທານກຳ​ມາ​ທິ​ການ​ຍຸ​ຕິ​ທຳສະ​ພາ​ແຫ່ງ​ຊາດ ລາວ - ảnh 1ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ທ່ານ ຄຳແພງ ວິລະພັນ, ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ລາວ (ພາບ:TTXVN)

ຕອນບ່າຍວັນທີ 28 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຄຳແພງ ວິລະພັນ, ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ລາວ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ຢັ້ງຢືນວ່າ: ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະນົງແກ່ນໄປຊົ່ວກາລະນານ.

        ສ່ວນທ່ານ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳສະພາແຫ່ງຊາດ ລາວ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອຈາກນະຄອນ ໂຮ່ຈີມິນ, ໂດຍສະເພາະແມ່ນໃນຂົງເຂດກ່ຽວຂ້ອງເຖິງການສ້າງກົດໝາຍ, ຕິດຕາມກວດກາຍຸຕິທຳ; ແລະ ຢັ້ງຢືນວ່າ ລາວ ຍາມໃດກໍພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດ, ພ້ອມກັບ ຫວຽດນາມ ເພື່ອປັບປຸງ, ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານຄຳແພງ ວິລະພັນ ໄດ້ພົບປະເຈລະຈາ, ແລກປ່ຽນບົດຮຽນ, ປະສົບການໃນວຽກງານຕິດຕາມກວດກາໃນຂົງເຂດຍຸຕິທຳ ແລະ ຄົ້ນຄວ້າແກ້ໄຂຄຳຮ້ອງທຸກຂອງພົນລະເມືອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ