ການນຳນະຄອນໂຮ່ຈິມີນຕ້ອນຮັບຄະນະຜູ້ແທນພັກກອມມູນິດອິນເດຍ

ການນຳນະຄອນໂຮ່ຈິມີນຕ້ອນຮັບຄະນະຜູ້ແທນພັກກອມມູນິດອິນເດຍ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກວຽດ​ເຕີມ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນໄດ້​ຕ້ອນ​ຮັບທ່ານ Doraisamy Raja, ກຳ​ມະ​ການ​ກົມ​ການ​ເມືອງ ພັກ​ກອມ​ມູ​ນິດ ອິນ​ເດຍ
ພາບ:toquoc.vn

(vovworld)- ວັນ​ທີ 4/7, ທ່ານ​ນາງ ຫງວຽນ​ທິ​ກວຽດ​ເຕີມ, ຮອງ​ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ອິນ​ເດຍ ໂດຍ ທ່ານ Doraisamy Raja, ກຳ​ມະ​ການ​ກົມ​ການ​ເມືອງ ພັກ​ກອມ​ມູ​ນິດ ອິນ​ເດຍ ນຳ​ຫນ້າ. ນະ​ທີ່ນີ້, ທ່ານ​ນາງ ຫງວຽນ​ທີກວຽດ​ເຕີມ ປາດ​ຖະ​ຫນາດ​ວ່າ ດ້ວຍ​ບົດ​ບາດ​ຂອງ​ຕົນ, ພັກ​ກອມ​ມູ​ນິດ ອິນ​ເດຍ ກໍ​ຄື​ທ່ານ​ເອງ ຈະ​ເປັນ​ຂົວ​ຕໍ່, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອິນ​ເດຍ​ກັບ​ນະ​ຄອນ ໂຮ່​ຈິ​ມີນ ເວົ້າ​ສະ​ເພາະ ແລະ ບັນ​ດາ​ທ້ອງ​ຖິ່ນ​ອື່ນ​ຂອງ​ຫວຽດ​ນາມ ເວົ້າ​ລວມ, ຜ່ານນັ້ນ ນຳ​ກາ​ນພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ. ສ່ວນ​ທ່ານ Doraisamy Raja ຖື​ວ່າ ຫວຽດ​ນາມ ແລະ ອິນ​ເດຍ ພວມ​ມີ​ການ​ພົວ​ພັນ​ອັນ​ດີ​ງາມ ແລະ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສອງ​ຝ່າຍ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ແລະ ບັນ​ລຸ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ກອມ​ມູ​ນິດ ກໍ​​ພິ​ເສດທີ່​ສຸດ, ພັກ​ກອມ​ມູ​ນິດ ອິນ​ເດຍ ປາດ​ຖະ​ຫນາ​ຢາກ​ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ່ຽນ​ໃຫມ່​ຂອງ​ຫວຽດ​ນາມ ແລະ ຂົງ​ເຂດ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ