ການນຳນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີ,ເຈົ້າຄອງເຂດWallonie - Buxelles ປະເທດແບນຊິກ

ການນຳນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີ,ເຈົ້າຄອງເຂດWallonie - Buxelles ປະເທດແບນຊິກ - ảnh 1
ທ່ານ ຫງວຽນ​ແທ່ງ​ຟ​ອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ​
​ຕ້ອນ​ຮັບ​ທ່ານ Rudy Demotte
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 17/09, ທ່ານ ຫງວຽນ​ແທ່ງ​ຟ​ອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Rudy Demotte, ລັດ​ຖະ​ມົນ​ຕີ, ​ເຈົ້າ​ຄອງ​ເຂດ Wallonie - Buxelles ປະ​ເທດ ​ແບນ​ຊິກ, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ຢູ່​ທີ່ນີ້, ທ່ານ ຫງວຽນ​ແທ່ງ​ຟອງ ໃຫ້​ຮູ້​ວ່າ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ການ​ພົວ​ພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ເຂດ Wallonie – Buxelles ເປັນ​ສ​ຳ​ຄັນ ກໍ​ຄື​ກັບ​ແບນ​ຊິກ. ທ່ານ ຫງວຽນ​ແທ່ງ​ຟອງ ປາດ​ຖະ​ໜາ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໄດ້​ຮັບ​ການ​ເປີດກ​ວ້າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂດ​ຍ​ສະ​ເພາະ​ແມ່ນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ນະ​ຄອນ​ໂຮ່​ຈິ​ມິນ ມີ​ຄວາມ​ຕ້ອງ​ການ, ແບນ​ຊິກ ເວົ້າ​ລວມ ແລະ ເຂດ Wallonie – Buxelles ເວົ້າ​ສະ​ເພາະ​ມີ​ທ່າ​ແຮງຄື: ຄົມ​ມະ​ນາ​ຄົມ​ຕົວ​ເມືອງ, ເຕັກ​ໂນ​ໂລ​ຊີ​ສ​ູງ, ສາ​ທາ​ລະ​ນະ​ສຸກ… ບັນ​ດາ​ອົງ​ການ​ຂອງ​ນະ​ຄອນ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫ້ອງ​ການ​ອົງ​ການ​ການ​ຄ້າ​ຕ່າງ​ປະ​ເທດ ແລະ ລົງ​ທຶນ​ຕ​່າງ​ປະ​ເທດ​ເຂດ Wallonie (AWEX) ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດລະ​ຫວ່າງ 2 ຝ່າຍກວ່າ​ອີກ.

        ສ່ວນ​ທ່ານ Rudy Demotte ຖື​ວ່າ, 2 ຝ່າຍ​ຕ້ອງ​ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື ຜ່ານ​ບັນ​ດາ​ໂຄງ​ການ​ລະ​ອຽດ​; ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ຂ່າວ/ບົດ​ອື່ນ