(vovworld) - ວັນທີ 11/11, ບັນດາການນຳອາຟະລິກາຕາເວັນຕົກ ໄດ້ຮັບຮອງເອົາແຜນການເຂົ້າຮ່ວມດ້ານການທະຫານຢູ່ມາລີເໜືອ, ດ້ວຍກຳລັງທະຫານ 3.300 ຄົນ ແລະ ໃນໄລຍະເວລາ 1 ປີ, ເພື່ອຍາດຄືນເຂດດິນແດນທີ່ຖືກບັນດາກຸ່ມກຳລັງປະກອບອາວຸດຢືດຄອງກ່ອນນີ້ເກືອບເຄິ່ງປີ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສຸດຍອດເຊິ່ງດຳເນີນໄປໃນວັນດຽວກັນຢູ່ Abuja, ປະເທດ Nigeria ດ້ວຍການເຂົ້າຮ່ວມຂອງການນຳ 15 ປະເທດສະມາຊິກປະຊາຄົມເສດຖະກິດບັນດາປະເທດອາຟະລິກາຕາເວັນຕົກ (ECOWAS) ແລະ ບາງປະເທດອື່ນໃນເຂດ. ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານປະທານຄົນປະຈຸບັນຂອງ ECOWAS, ປະທານາທິບໍດີ Cortiva Alassane Ouattara ໄດ້ສະແດງຄວາມຫວັງວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະຮັບຮອງເອົາມະຕິດຳເນີນການເຂົ້າຮ່ວມດ້ານການທະຫານໃນທ້າຍເດືອນ 11 ຫຼື ຕົ້ນເດືອນ 12/2012. ໃນຂະນະນັ້ນ, ກ່າວຄຳເຫັນໃນຊ່ອງໂທລະພາບ France 3 ເມື່ອວັນທີ 11/11, ທ່ານປະທານນາທິບໍດີຝລັ່ງ Francoi Hollande ຢືນຢັນວ່າ ຝລັ່ງ ມີພັນທະໜູນຊ່ວຍບັນດາປະເທດອາຟະລິກາຕາເວັນຕົກ ຖ້າຫາກວ່າບັນດາປະເທດນີ້ຕົກລົງເຂົ້າຮ່ວມດ້ານການທະຫານຢູ່ມາລີເໜືອ.