ການນຳພັກ, ລັດຫວຽດນາມ ເຂົ້າຢ້ຽມສຸສານໄຫວ້ອາໄລປະທານໂຮ່ຈີມິນ

ການນຳພັກ, ລັດຫວຽດນາມ ເຂົ້າຢ້ຽມສຸສານໄຫວ້ອາໄລປະທານໂຮ່ຈີມິນ - ảnh 1
ການນຳພັກ, ລັດຫວຽດນາມ ເຂົ້າຢ້ຽມສຸສານໄຫວ້ອາໄລປະທານໂຮ່ຈີມິນ
(ພາບ:http://nguyenphutrong.net)

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ໂຣງ 2012, ຕອນ​ເຊົ້າ​ວັນ​ທີ 19/1, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ, ປະທານ​ປະ​ເທດ​, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາ​ດຫວຽດນາມ​ໄດ້​​ໄປວາງ​ພວງມາລາ ​ແລະ ​ເຂົ້າ​ຢ້ຽ​ມສຸສານ​​ໄຫວ້​ອາ​ໄລປະທານ​ໂຮ​່ຈີ​ມິນ. ພວງມາລາ​ມີ​​ແຖວໜັງສື​ທີ່​ຂຽນວ່າ: ”ຮູ້​ບຸນຄຸນ​ປະ​ທານ​ໂຮ່ຈີ​ມິນ​ຜູ້ຍິງ​ໃຫຍ່​ຕະຫຼອດ​​ໄປ”. ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ມີ​ທ່ານ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮິ່ວ​ງດ໋າມ, ​ແລະ ບັນດາ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ. ຕໍ່​ຈາກ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ທີ່ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ.

ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 19/1, ຄະນະ​ຜູ້​ແທນຄະ​ນະພັກ​ການ​ທະຫານສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໂດຍ​ທ່ານ ພົນ​ເອກ ຟູ່ງກວາງ​ແທນ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວ​ນ້າ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ສຸສານ​​ໄຫວ້​ອາ​ໄລປະທານ​ໂຮ​່ນີມິນ, ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ, ນັກຮົບ​ຢູ່​ທີ່​ອະນຸສາວະລີ​ນັກຮົບ​ເສຍ​ຫສະຫຼະ​ຊີວິດ​ເພື່ອ​ຊາດ.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ພົບ​ປະສັງ​ສັນ ​ແລະ ອວຍພອນ​ປີ​ໃໝ່​ຜູ້ນຳ​ພັກ, ລັດ, ນັກ​ປະຕິວັດຜູ້​ອາວຸ​ໂສ. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ, ປີ 2011, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ​ທົ່ວ​ປວງ​ຊົນ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ ມານະ​ພະຍາຍາມ​ສູ້​ຊົນ ​ແລະ​ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ຫຼາຍ​ຢ່າງ ​ແລະ​ມີ​ຄວາມ​ໝາຍ. ​ແຕ່​ຄາດ​ຄະ​ເນ​ວ່າ ສະພາບ​ການຈະ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທະ​ທາຍ​ຫຼາຍ​ຢ່າງ, ຍ້ອນ​ເຫດ​ນັ້ນ​, ຄວນ​ສືບ​ຕໍ່​ຈຸດໝາຍ​ໃຫ້​ບຸລິ​ມາ​ສິດ​ແກ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ ຕິດ​ພັນ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ທ່ານກ່າວວ່າ:

        ”ພວກ​ເຮົາ​ດີ​ໃຈ​ຫຼາຍ​ຕໍ່​ບັນດາ​ຜົນງານ​​ຂອງ​ປີ 2011 ​ແລະ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ດ້ວຍ​ຄວາມ​​ເຊື່ອ​ໝັ້ນ​ໃໝ່, ພະລັງ​​ແຮງໃໝ່, ຄວາມ​ຕັດສິນ​ໃຈ​ໃໝ່. ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່, ຂໍ​ອວຍພອນ​ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ປະຊາຊົນ, ນັກຮົບ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ,  ປີ​ໃໝ່ ມີ​ຄວາມ​ເຊື່ອ​ໝັ້ນ​ໃໝ່, ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ໃໝ່, ​ເພື່ອ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຜັນ​ຂະຫຍາຍ​ມະຕິ​ຕ່າງໆ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ໃຫ້ດີ, ​ປະຕິບັດ​​ໜ້າ​ທີ່​ປີ 2012ສຳ​ເລັດ​ຜົນ”

       

ຂ່າວ/ບົດ​ອື່ນ