ການ​ນຳ​ພັກ, ສະ​ພາ​ແຫ່ງ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ຢູ່​ບາງ​ທ້ອງ​ຖິ່ນ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພ້ອມກັບຄະນະປະຕິບັດງານ ຂອງສະພາແຫ່ງຊາດ ໄດ້ມອບຂອງຂວັນ 200 ພູດ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຂອງ 4 ບໍລິສັດຢາງພາລາ ໃນບໍລິເວນແຂວງ ຢາລາຍ ຜ່ານລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງຄວາມສະຫງົບ” ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ.
ການ​ນຳ​ພັກ, ສະ​ພາ​ແຫ່ງ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ຢູ່​ບາງ​ທ້ອງ​ຖິ່ນ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງມອບຂອງຂວັນໃຫ້ແກ່ນັກຮົບຢູ່ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເປີອີ 

ຕອນບ່າຍວັນທີ 22 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດການນຳອົງຄະນະພັກນະຄອນ ດ່ານັ້ງ ແລະ ບັນດາຫົວໜ່ວຍ, ກຳລັງປະກອບອາວຸດ, ກອງທັບໃນບໍລິເວນນະຄອນ. ຢ້ຽມຢາມ ກອງບັນຊາການທະຫານປ້ອງກັນຊາຍແດນ, ຕຳຫຼວດນະຄອນ, ກອງເຍົາວະຊົນນະຄອນດ່ານັ້ງ, ກອງບັນຊາການກອງທັບເຮືອເຂດ 3 ແລະ ບໍລິສັດໃຫຍ່ ຊົງທູ, ທ່ານຮອງປະທານສະພາແຫ່ງຊາດ ມີຄວາມປາດຖະໜາຢາກບັນດາກົມກອງຕຳຫຼວດ, ກອງທັບ ຍາມໃດກໍ່ກຽມພ້ອມການສູ້ຮົບ, ຮັບປະກັນຮັກສາຈຳນວນທະຫານໃນຍາມບຸນເຕັດ, ທັງປະຕິບັດໜ້າທີ່ວິຊາການ, ທັງກຽມພ້ອມຮັບມື ເມື່ອໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຫຼາຍກ່ວາອີກ. ບັນດາກົມກອງຕ້ອງເອົາໃຈໃສ່ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບພວມປະຕິບັດໜ້າທີ່.

ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພ້ອມກັບຄະນະປະຕິບັດງານ ຂອງສະພາແຫ່ງຊາດ ໄດ້ມອບຂອງຂວັນ 200 ພູດ ໃຫ້ແກ່ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຂອງ 4 ບໍລິສັດຢາງພາລາ ໃນບໍລິເວນແຂວງ ຢາລາຍ ຜ່ານລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ແຫ່ງຄວາມສະຫງົບ” ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງ.

ຢູ່ຕວຽນກວາງ, ທ່ານປະທານສະພາທິດສະດີສູນກາງ ຫງວຽນຊວັນທັ້ງ ພ້ອມກັບຄະນະປະຕິບັດງານ ໄດ້ເຂົ້າຮ່ວມລາຍການມອບຂອງຂວັນບຸນເຕັດ ຂອງການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຕວຽນກວາງ ໃນຍາມບຸນເຕັດ ປີຂານ 2022.

ຕອບກັບ

ຂ່າວ/ບົດ​ອື່ນ