ການນຳລາວສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງການນຳຫວຽດນາມ

ຂປລ. ໃນວັນທີ 7 ຕຸລາ 2013 ນີ້ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງ ຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ແນວລາວສ້າງຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈເຖິງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງ ຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ, ຄະນະພັກການທະຫານສູນກາງ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.

ເນື້ອໃນສຳຄັນຂອງໂທລະເລກ ລະບຸວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບສູນກາງ ແລະ ແນວລາວສ້າງຊາດ ຮູ້ສຶກເສົ້າໂສກເສຍດາຍເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຢ່າງບໍ່ມີວັນກັບຄືນ ຂອງສະຫາຍ ພົນເອກ ຫວໍ ຫງວຽນຢາບ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາຄະນະພັກການທະຫານສູນກາງ, ອະດີດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ, ອະດີດລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ, ອະດີດຜູ້ບັນຊາການສູງສຸດ ກອງທັບປະຊາຊົນຫວຽດນາມ, ຜູ້ແທນສະພາແຫ່ງຊາດຫວຽດນາມ ແຕ່ຊຸດທີ I ເຖິງຊຸດທີ VII, ວິລະ ບູລຸດແຫ່ງຊາດຫວຽດນາມ.

ຕະຫລອດໄລຍະ 80 ກວ່າປີ ແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍໄດ້ສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນພາລະກິດຕໍ່ສູ້ປະຕິວັດ ເພື່ອປົດປ່ອຍຊາດອອກຈາກ ແອກຄອບຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າແກ່ນ, ເດັດດ່ຽວໜຽວແໜ້ນ, ຈົງຮັກພັກດີ ຕໍ່ພາລະກິດປະຕິວັດ ຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ, ເປັນລູກສິດທີ່ດີເດັ່ນ ແລະ ໃກ້ຊິດຂອງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່; ເປັນນາຍທະຫານຊັ້ນພົນເອກຄົນທຳອິດຂອງຫວຽດນາມ; ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນຫວຽດນາມ ວິລະຊົນ ທີ່ໄດ້ຮັບການເຄົາລົບນັບຖື ແລະ ຮັກແພງຈາກປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ ຍ້ອນຄວາມ ເກັ່ງກ້າສາມາດໃນການບັນຊາສູ້ຮົບ ຕີເອົາຊະນະຜູ້ຮຸກຮານຕ່າງຊາດ ອັນໄດ້ນຳເອົາເອກະລາດຢ່າງສົມບູນ ມາໃຫ້ປະຊາຊົນຫວຽດນາມອ້າຍນ້ອງ; ສະຫາຍເປັນຜູ້ໜຶ່ງທີ່ ໄດ້ປະກອບສ່ວນຢ່າງຫ້າວຫັນ, ໃຫຍ່ຫລວງເຂົ້າໃນການຖະໜຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຕະຫລອດມາ.

ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຢ່າງໃຫຍ່ຫລວງຂອງພັກ, ລັດ, ກອງທັບ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ, ແຕ່ຫາກຍັງເປັນການສູນ ເສຍເພື່ອນມິດຜູ້ຍິ່ງໃຫຍ່, ສະໜິດສະໜົມ ແລະ ໃກ້ ຊິດຂອງພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຂອງພວກຂ້າພະເຈົ້າ ອີກດ້ວຍ.

ໃນວາລະອັນເສົ້າໂສກເສຍດາຍນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງ ຊາດ, ລັດຖະບານ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ແລະ ແນວລາວສ້າງຊາດ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ, ຄວາມທຸກໂສກອັນໃຫຍ່ຫລວງ ມາຍັງຄະນະບໍລິຫານງານກອມມູນິດ ຫວຽດ ນາມ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການທະຫານຂັ້ນສູນກາງ, ກອງບັນຊາການສູງສຸດກອງທັບປະຊາຊົນຫວຽດນາມ ພ້ອມ ດ້ວຍປະຊາຊົນຫວຽດນາມອ້າຍນ້ອງ ແລະ ຄອບຄົວສະຫາຍ ຫວໍຫງວຽນຢາບ ມານະໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະຫັນຄວາມເສົ້າໂສກເສຍດາຍຕໍ່ການສູນເສຍຄັ້ງນີ້ ເປັນພະລັງອັນແຮງກ້າ ເພື່ອສືບຕໍ່ພາລະກິດພັດທະນາ ແລະ ປົກປັກຮັກສາປະເທດຊາດ ກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງຕາມ ທິດສັງຄົມນິຍົມ./.

 

ຂ່າວ/ບົດ​ອື່ນ