ການນຳສປປ.ເກົາຫຼີ Kim Jong Un ຊີ້ນຳການ ຊ້ອມຮົບຂະໜາດໃຫ່ຍ


ການນຳສປປ.ເກົາຫຼີ Kim Jong Un ຊີ້ນຳການ ຊ້ອມຮົບຂະໜາດໃຫ່ຍ - ảnh 1

(ພາບ: AFP/TTXVN)

(vovworld)- ​ ວັນ​ທີ 23/11, ສຳນັກ​ຂ່າວສານ​ສູນ​ກາງ ສປປ.​ເກົາຫຼີ (KCNA) ​ໃຫ້​ຮູ້​ວ່າ: ການ​ນຳ ສປປ.​ເກົາຫຼີ Kim Jong Un ​ໄດ້​ຈັດຕັ້ງ ​ແລະ ຊີ້​ນຳ​ການ​ຊ້ອມ​ຮົບປະສົ​ມຂອງ​ກອງທັບ​ປະຊາຊົນ ສປປ.​ເກົາຫຼີ. ທ່ານ Kim Jong Un ​ໄດ້​ຊີ້​ນຳ​ກົມ​ກອງ​ທະຫານ​ທັງ​ໝົດ​ຊ້ອມ​ຮົມ​ໃນ​ເງື່ອນ​ໄຂ​ເໝືອນກັບສົງຄາມ​ຈິງ ​ແລະ ທຸກ​ກຳລັງ​ລ້ວນ​ແຕ່​ໃນ​ທ່າ​ກຽມພ້ອມ​ໃນ​ທຸກ​ເວລາ. ທ່ານ Kim Jong Un ຊີ້​ໃຫ້​ເຫັນ​ບັນດາ​ໜ້າ​ທີ່​ໃນ​ສະ​ເພາະ​ໜ້າ, ບັນດາ​ຈຸດ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ຊ້ອມ​ຮົບ. ການ​ນຳ​ທ່ານ​ນີ້​ຖືວ່າ, ​ເພື່ອ​ສອດຄ່ອງ​ກັບ​ສົງຄາມ​ທັນ​ສະ​ໄໝ ​ແລະ ຕອບ​ສະໜອງ​ບັນດ​າຄຳ​ຮຽກຮ້ອງ​ຂອງ​ການ​ສູ້​ຮົບ​ຈິງ, ການ​ຊ້ອມ​ຮົບ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແລະ ຕ້ອງ​ດຳ​ເນີນ​​ໄປເປັນປະຈຳ./.

ຂ່າວ/ບົດ​ອື່ນ