( vovworld ) - ຕອນບ່າຍວັນທີ 13/6, ຢູ່ສຳນັງານສູນກາງພັກ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຈັນສີ ໂພສີຄຳ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງເປັນຫົວໜ້າຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈ້ງວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບລາວ ຮັກສາ, ເພີ່ມພູນຄຸນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ໄດ້ສະເໜີໃຫ້ສອງຄະນະຈັດຕັ້ງສູງກາງຂອງສອງພັກ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທາງທິດສະດີ ແລະ ພຶດຕິກຳຕົວຈິງ, ບົດຮຽນໃນວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງພະນັກງານ, ບຳລຸງສ້າງ, ບຳລຸງພະນັກງານທຸກຂັ້ນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຂອງ “ປີແຫ່ງຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ, ລາວ -ຫວຽດນາມ” ໃຫ້ເປັນຢ່າງດີ ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ. ສ່ວນທ່ານ ຈັນສີ ໂພສີຄຳ ໄດ້ຢືນຢັນວ່າ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຈະສົມທົບກັບຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ To Huy Rua ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ນຳໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ,ແຕ່ລະປະເທດໃນໄລຍະມໍ່ໆມານີ້; ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງພະນັກງານ ແລະ ຜັນຂະຫຍາຍໂຄງການຮ່ວມມືລະຫວ່າງສອງຄະນະຈັດຕັ້ງໄລຍະ 2011 – 2015.