ການນຳຫຼາຍປະເທດສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

(VOVWORLD) -ການນຳຫຼາຍປະເທດໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະຊາຊົນຫວຽດນາມ ແລະ ຍາດຕິພີ່ນ້ອງຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.
ການນຳຫຼາຍປະເທດສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ - ảnh 1(ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ)

ໂດຍໄດ້ຮັບຂ່າວວ່າ, ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ເຖິງແກ່ມໍລະນະກຳ, ການນຳຫຼາຍປະເທດໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງການນຳພັກ, ລັດ, ປະຊາຊົນຫວຽດນາມ ແລະ ຍາດຕິພີ່ນ້ອງຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

        ໃນໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ຢືນຢັນວ່າ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນການນຳມີຄວາມປີຊາສາມາດຂອງພັກ ແລະ ລັດຫວຽດນາມ, ໄດ້ນຳພາປະຊາຊົນຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນກິດຈະການກໍ່ສ້າງສາລັດທິສັງຄົມນິຍົມ ແລະ ການປ່ຽນແປງໃໝ່ຂອງຫວຽດນາມ; ພ້ອມກັນນັ້ນກໍ່ແມ່ນຜູ້ປະກອບສ່ວນທີ່ພົ້ນເດັ່ນເຂົ້າໃນການຊຸກຍູ້ການສ້າງສາຍພົວພັນລະຫວ່າງຫວຽດນາມ - ຈີນ “ຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ”.

        ໃນໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປລາວ ແລະ ສູນກາງແນວລາວ ສ້າງຊາດໄດ້ເນັ້ນໜັກວ່າ,  ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນຜູ້ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດປົດປ່ອຍຊາດຂອງປະຊາຊົນລາວ ບັນດາເຜົ່າ, ກໍ່ຄືໃນການເພີ່ມພູນຄູນສ້າງສາຍພົນພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດລາວ - ຫວຽດນາມ.

        ໃນໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຂອງລາຊະອານາຈັກກຳປູເຈຍ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແລະ ບັນດາການນຳກຳປູເຈຍ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງຜູ້ເປັນເພື່ອນທີ່ດີຂອງກຳປູເຈຍ.

        ທ່ານເລຂາຜູ້ທີ່ໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ Rauul Castro ແລະ ທ່ານປະທານປະເທດສ.ກຸຍບາ Miguel Diaz Canel Bermudez ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກກອມມູນິດຫວຽດນາມ, ປະທານປະເທດສສ.ຫວຽດນາມ ຫວຽນຟູຈ້ອງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ