ການນຳຫຼາຍປະເທດອວຍພອນປະທານປະເທດແລະນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ

(VOVWORLD) -ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ.
ການນຳຫຼາຍປະເທດອວຍພອນປະທານປະເທດແລະນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ - ảnh 1(ທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ)

ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ຕອນບ່າຍວັນທີ 05 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ໄດ້ສົ່ງສານ ແລະ ອວຍພອນທາງໂທລະສັບ. ໃນສານອວຍພອນ ແລະ ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ, ດ້ວຍກຳລັງຄວາມສາມາດ, ອິດທິພົນຊື່ສຽງ ແລະ ບົດຮຽນຢ່າງຫຼວງຫຼາຍຂອງຕົນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບຄະນະການນຳໃໝ່ ຈະສືບຕໍ່ນຳຫວຽດນາມ ຍາດໄດ້ບັນດາຜົນງານອັນຍິ່ງໃຫຍ່ກວ່າອີກ, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

ການນຳຫຼາຍປະເທດອວຍພອນປະທານປະເທດແລະນາຍົກລັດຖະມົນຕີຄົນໃໝ່ຂອງຫວຽດນາມ - ảnh 2(ທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ)

ໃນວັນດຽວກັນ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງສປປ.ລາວ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານ ຟ້າມມິງຈິ໊ງ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ໃນສານມີຕອນຂຽນວ່າ: ຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ແລະກໍ່ໃນວັນທີ 05 ເມສາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ກໍ່ສົ່ງໂທລະເລກອວຍພອນເຖິງທ່ານປະທານປະເທດຫວຽດນາມ  ຫງວຽນຊວັນຟຸກ. ທ່ານປະທານປະເທດຈີນ ຢືນຢັນວ່າ, ຖືເປັນສຳຄັນການພັດທະນາຂອງການພົວພັນລະຫວ່າງຈີນ - ຫວຽດນາມ, ພ້ອມແລ້ວທີ່ຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມມືຍຸດທະສາດຮອບດ້ານລະຫວ່າງຈີນ - ຫວຽດນາມ ໃຫ້ບັນລຸໄດ້ຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ 2 ຊາດ ແລະ ປະຊາຊົນ 2 ປະເທດ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍ່ໄດ້ສົ່ງໂທລະເລກມາອວຍພອນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ.

        ເນື່ອງໃນໂອກາດນີ້, ການນຳບັນດາປະເທດກຳປູເຈຍ, ສະຫະພັນລັດເຊຍ, ຍີ່ປຸ່ນ ກໍ່ໄດ້ສົ່ງໂທລະເລກມາອວຍພອນທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິິ໊ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ